ຂ້ອຍນີ້ເປັນສາວນ້ອຍ ນາມຊື່
ຈິນຕະນາ
ມີແວວຕາອັບເສົາ ຂາດຄວາມຫວານຊ້ອຍ
ຊີວິດຂອງຕົວຂ້ອຍ ເໝືອນກໍ່າພອຍພາກພໍ່ແມ່
ເຫດຜົນອັນທ່ຽງແທ້ ພວກເຂົາສິ້ນຮັກກັນ
ທັງໆທີ່ຄາວກ່ອນນັ້ນ ພໍ່ແມ່ຂອງເຮົາ
ຄົນສ່າງອິດສາເຂົາ ວ່າຮັກກັນຈິງແທ້
ແຕ່ຄາວຫຼັງເຂົາມີເລື້ອງ ຜິດໃຈກັນບາງຢ່າງ
ຈຶ່ງແຍກທາງຫ່າງເນື້ອ ເປັນເສືອຮ້າຍຂ້າເຂັ່ນໃຈ
ເຫດຜົນນີ້ເຮັດໃຫ້ ລູກອ່ອນຜູ້ຍັງເຍົາ
ຕ້ອງພົບຄວາມຫງອຍເຫງົາ ຂາດຄົນຄອຍລ້ຽງ
ຄົນຮັກເຮົາເລີ່ມສຸດສ້ຽງ ຄົນເອົາໃຈໄດ້ໄລປ່ອຍ
ຊີວິດສາວນ້ອຍໆ ເລີຍສູນສິ້ນເລື່ອງຊື່ນບານ
ຂ້ອຍນີ້ຂໍກ່າວຕ້ານ ບອກເລົ່າຄວາມເປັນມາ
ດ້ວຍສອງຕາເຄີຍລິນໄຫຼ ຢາດຮຳນ້ຳຕາຍ້ອຍ
ນີ້ຄືຊີວາຂ້ອຍ ກັບຄວາມຫວັງທີ່ແຕກຕ່າງ
ຄວາມອັບໝາງກໍ່ເກີດຂຶ້ນ ຄວາມຫຼັງເບື້ອງຜ່ານມາ
ເວລານັ້ນຂ້ອຍໄດ້ ອາຍຸກໍຫົກປີ
ພໍ່ໄປມີເມຍລັບ ເລີ່ມຫ່າງໄກທາງບ້ານ
ພໍເມື່ອນານວັນເຂົ້າ ມານດາເຮົາຮູ້ວ່າ
ພໍ່ຫາຍໜ້າຈາກບ້ານ ໄປນອນຄ້າງຮ່ວມຜູ້ຍິງ
ວັນນັ້ນ ຂ້ອຍໄດ້ຫຼິງເຫັນໜ້າ ແກ້ວແມ່ມານດາ
ນ້ຳຕານອງລິນໄຫຼ ອາບຮຳສອງແກ້ມ
ຕົວຂ້ອຍແນມເຫັນແລ້ວ ເດີນໄປກອດແມ່
ແຕ່ວ່າຂ້ອຍບໍ່ຮູ້ ມານດາໄຫ້ເພາະເຫດໃດ
ຈາກວັນນັ້ນໄດ້ຜ່ານພົ້ນ ແມ່ຕໍ່ວ່ານາໆ
ບາງຄັ້ງເຫັນບິດາ ດ່າໂກດເຄືອງມານດາຂ້ອຍ
ພໍ່ບໍ່ຍອມຄຳເວົ້າ ຄຳຕິຕຽນຂອງແມ່
ຂ້ອຍຜູ້ນ້ອຍບໍ່ຫ່ອນແກ້ ບັນຫາໃຫ້ແກ່ພວກເຂົາ
ຄວາມເຂົ້າໃຈເລີ່ມລົດນ້ອຍ ສິ້ນເສື່ອມຄວາມງາມ
ສິ້ນຄວາມຫລັງເຄີຍຫວານ ຢ່າງຊື່ນຊຳສຸກລົ້ນ
ສິ້ນເຫດຜົນເຄີຍມີໃຫ້ ຄວາມຕິຕຽນເລີຍໄຮ້ຄ່າ
ຄຳວາຈາທີ່ອ່ອນຊ້ອຍ ຫວານຊຶ້ງໄດ້ເສື່ຶອມຫາຍ
ມີພຽງໂຊກອັນໂຫດຮ້າຍ ມັນເລີ່ມມາຢາມ
ມາປະນາມຄວາມຮັກ ທີ່ພວກເຂົາເຄີຍມີໄວ້
ມາປະນາມຫົວໃຈເສົ້າ ສອງອຸລາພວມແຍກແບ່ງ
ຄວາມໂສກຕຣົມເລີ່ມກັ່ນແກ້ງ ຖະແຫຼງຂໍ້ກ່າວຂວັນ
ນ້ຳຕາຂອງແມ່ນັ້ນ ລົ້ນຫຼັ່ງລິນຕາ
ຂ້ອຍເຄີຍຖາມມານດາ ແຕ່ແມ່ເຮົາບໍ່ຍອມເວົ້າ
ຂ້ອຍສຸດເຫງົາ ຍາມເຫັນມານດາໄຫ້ ທາງຫົວໃຈສົງສານແມ່
ເປັນຍ້ອນພໍ່ແທ້ໆ ທີ່ທຳໃຫ້ແມ່ທຸກໃຈ
ຈາກນັ້ນພໍ່ແລະແມ່ໄດ້ ແຍກຫ່າງທາງເດີນ
ເພິ່ນໝາງເມີນຄວາມຮັກ ເພາະເຫດຜົນພຽງນ້ອຍ
ໂດຍບໍ່ສົງສານຂ້ອຍ ຕາດຳໆຜູ້ເປັນລູກ
ພວກເພິ່ນປູກຂ້ອຍຂຶ້ນ ມາເປັນເນື້ອທີ່ໝົ່ນໝອງ
ຫຼັງຈາກສອງປີພົ້ນ ທີ່ແຍກຫ່າງທາງກັນ
ເກືອບທຸກວັນເຫັນມານດາ ນັ່ງຊຶມນ້ຳຕາຍ້ອຍ
ໃນຫົວໃຈຂອງຂ້ອຍ ສຸດແສນສົງສານແມ່
ຂ້ອຍໄດ້ແຕ່ໄປຢູ່ໃກ້ ທັງໄຫ້ຮ່ວມນຳ
ຄັ້ງໜຶ່ງແມ່ປວດຊ້ຳ ເມື່ອພໍ່ມາເຮືອນ
ແມ່ເພິ່ນແສນສະເທືອນໃຈ ທີ່ສຸດໃນວັນນັ້ນ
ເພາະຂ້ອຍສຸກສັນແທ້ ດີໃຈໄດ້ເຫັນພໍ່
ແມ່ບໍ່ຈາປາກເວົ້າ ກັບຂ້ອຍເກືອບໜຶ່ງເດືອນ
ມັນສະເທືອນໃຈຂ້ອຍ ຍິ່ງຢູ່ບໍ່ເປັນສຸກ
ຂ້ອຍທຸກໃຈເຫຼືອແສນ ທຸກໆຄືນນອນໄຫ້
ຜິດຫຼືໃຈຂອງຂ້ອຍ ຄວາມດີໃຈໄດ້ພົບພໍ່
ແມ່ຈຶ່ງບໍ່ປາກເວົ້າ ຊັງໄດ້ແມ່ນແຕ່ເຮົາ
ຕໍ່ມາ ຂ້ອຍຈຶ່ງໄປປາກເວົ້າ ຂໍໂທດແມ່ມານດາ
ແມ່ຍິ່ງລິນນ້ຳຕາໄຫຼ ເພາະສົງສານຂ້ອຍ
“ ຜິດຫຼື ສິ່ງລູກຄອງຄອຍຖ້າ ຄືບິດາມາຢ້ຽມແວ່
ແຕ່ແມ່ຄຽດລູກຍ້ອນ ຍາມໄດ້ພົບພໍ່ຕົນ “
ນ້ຳຕາແມ່ຍິ່ງຖ້ວມລົ້ນ ໄຫຼຫຼັ່ງລິນຕາ
ກອດຂ້ອຍມາທຽມອົກ ແລ້ວຄ່ອຍຫອມພວງແກ້ມ
ແມ່ເພິ່ນແນມຕົວຂ້ອຍ ໃນສາຍຕາຕົກຂະມ່າ
ເພາະວ່າ ແມ່ບໍ່ເຄີຍຄິດໄວ້ ໃຈເຮົານັ້ນຄິດເຊັ່ນໃດ
ແມ່ຄິດພຽງຢາກໃຫ້ ເຮົາຮັກແມ່ພຽງຄົນດຽວ
ບໍ່ກ່ຽວພັນໄປເຖິງ ຮັກພໍ່ເຮົາຄົນນີ້
ແມ່ເຄີຍມີພຽງຄຳເວົ້າ ໃຫ້ຕົວເຮົານັ້ນຊັງພໍ່
ແມ່ບໍ່ເຄີບຮັບຮູ້ ຄົນທີ່ຂາດພໍ່ນັ້ນ ມີຄວາມເສົ້າໂສກເຊັ່ນໃດ
ຂ້ອຍສັນຍາຕໍ່ແມ່ໄວ້ ບໍ່ຂໍພົບອີກພຽງຫົນ
ທັງໆທີ່ໃຈຂອງຕົນ ບໍ່ປະສົງແນວນັ້ນ
ແຕ່ມັນຈຳເປັນເວົ້າ ຢາກເອົາໃຈຜູ້ເປັນແມ່
ເພາະບໍ່ຢາກໃຫ້ແມ່ເສົ້າ ເຫງົາເພີ້ມເພາະເຮົາ
ຕົວຂ້ອຍໄດ້ກ່າວເວົ້າ ປອບໃຈແມ່ມານດາ
ສອງດວງຕາຊຶມໄຫຼ ຢາດລົງນ້ຳຕາຍ້ອຍ
“ ຂໍໃຫ້ມານດາຂ້ອຍ ສະບາຍໃຈບໍ່ຕ້ອງຫ່ວງ
ລູກຈະບໍ່ລ່ວງຂໍ້ ຄວາມຫວັງເຈົ້າດອກແມ່ເອີຍ
“
ທຸກໆຄຳທີ່ເອີ່ຍເວົ້າ ປອບໃຈແມ່ໃຫ້ສົດໃສ
ກົງກັນຂ້າມ ໃນຫົວໃຈຂອງເຮົາ ຍິ່ງເສົ້າລົງແສນຊ້ຳ
ແຕ່ກໍ່ທຳໃຈໄວ້ ບູຊາຄຸນຜູ້ເປັນແມ່
ສ່ວນເລິກໃຈຂ້ອຍແທ້ ຢາກໃຫ້ພໍ່ແມ່ຂ້ອຍ
ຄືນດີເຂົ້າຮັກກັນ
ແລະມີວັນໜຶ່ງນັ້ນ ພໍ່ມາຢູ່ກັບເຮົາ
ພໍ່ວາຈາຄໍາ ຫວານ ແລະອູ້ມຫອມພວງແກ້ມ
ຂ້ອຍແນມເຫັນໃບໜ້າ ເຫັນແວວຕາທີ່ສົດຊື່ນ
ຕື້ນຕັນໃຈຂ້ອຍແທ້ ຍາມໄດ້ໃກ້ພໍ່ຕົນ
ພໍ່ວາຈາຄໍາ ຫວານ ແລະອູ້ມຫອມພວງແກ້ມ
ຂ້ອຍແນມເຫັນໃບໜ້າ ເຫັນແວວຕາທີ່ສົດຊື່ນ
ຕື້ນຕັນໃຈຂ້ອຍແທ້ ຍາມໄດ້ໃກ້ພໍ່ຕົນ
ສຸກໃດ ເທົ່າໃກ້ຄົນທີ່ຮັກລົ້ນ ສະເໝີແກ່ນດວງຕາ
ຮັກແລະບູຊາເຂົາ ທີ່ໃຫ້ເຮົາເກີດມາໄດ້
ຂ້ອຍຍັງຂໍຮ້ອງໃຫ້ ເຂົາຄືນດີກັນກັບແມ່
ແຕ່ວ່າພໍ່ບໍ່ຕອບຂ້ອຍ ປົງເຮົາແລ້ວເວົ້າອ່ອຍໃຈ
ວັນນັ້ນຂ້ອຍສ່າງໄດ້ ສຸດທີ່ມີສຸກ
ວັນນັ້ນຂ້ອຍສ່າງໄດ້ ສຸດທີ່ມີສຸກ
ຂ້ອຍປຶ້ມໃຈໃນຄວາມຮັກ ທີ່ພໍ່ເຮົາມີໃຫ້
ພໍ່ອອຍໃຈຍາມເຮົາເສົ້າ ຍາມເຮົາເຫງົາພໍ່ເວົ້າມ່ວນ
ພໍ່ຊວນຂ້ອຍແລ່ນຫຼິ້ນ ທັງຈາເວົ້າຢອກມ່ວນຄໍາ
ເກືອບເຖິງຄໍ່າ ພໍ່ຈຶ່ງໄດ້ ລາຕ່າວກັບໄປ
ເກືອບເຖິງຄໍ່າ ພໍ່ຈຶ່ງໄດ້ ລາຕ່າວກັບໄປ
ພໍ່ອອຍໃຈຕົວເຮົາ ພ້ອມທັງຫອມແກ້ມ
ແຖມຍັງວາງເງິນໃຫ້ ຕົວເຮົາໄວ້ຈ່າຍ
ພໍ່ຫາຍໜ້າຈາກບ້ານ ນໍ້າ ຕາຂ້ອຍກໍ່ຍ່າວລົງ
ຍັງຄົງເຫຼືອແຕ່ແມ່ເຖົ້າ ແນມເບິ່ງຕົວເຮົາ
ຍັງຄົງເຫຼືອແຕ່ແມ່ເຖົ້າ ແນມເບິ່ງຕົວເຮົາ
ຍ່າງເຂົ້າມາຈັບແຂນ ແລ້ວກອດເອົາເຮົາໄວ້
ວັນໃດເດພໍ່ຂອງຂ້ອຍ ຈະຄືນມາອີກຄັ້ງໃໝ່
ຄໍາ ອອຍໃຈຈາກແມ່ເຖົ້າ ເຮົາແຮງຍ້ອຍຫຼັ່ງນ້ໍາ ຕາ
ຂ້ອຍຢ້ານແມ່ວ່າໃຫ້ຂ້ອຍ ເລື່ອງພົບພໍ່ຕອນເວັນ
ຂ້ອຍຢ້ານແມ່ວ່າໃຫ້ຂ້ອຍ ເລື່ອງພົບພໍ່ຕອນເວັນ
ຂ້ອຍຈໍາ ເປັນເອົາເງິນ ທີ່ພໍ່ເຮົາເອົາໃຫ້
ທັງທີ່ໃຈຕົນເອງນັ້ນ ແພງມັນຢ່າງເຫຼືອຍິ່ງ
ເປັນສິ່ງໜຶ່ງທີ່ຂ້ອຍໄດ້ ຈາກການໃຫ້ແຫ່ງພໍ່ຕົນ
ແຕ່ວ່າຂ້ອຍຢາກພົ້ນ ຂໍ້ກ່າວຂອງມານດາ
ແຕ່ວ່າຂ້ອຍຢາກພົ້ນ ຂໍ້ກ່າວຂອງມານດາ
ຂ້ອຍຈຶ່ງ ໃຫ້ເງິນຕາເພື່ອປິດຄວາມ ບໍ່ໃຫ້ຍາຍຈາເວົ້າ
ເພາະວ່າເຮົາກົວຢ້ານ ມານດາເສຍໃຈກວ່າ
ຄິດວ່າເງິນຄ່ານີ້ ມັນຄົງໜ້ອຍກວ່າຄ່າໃຈ
ຄໍ່າ ແລງແມ່ຈຶ່ງໄດ້ ເລີກການຕ່າວກັບມາ
ຄໍ່າ ແລງແມ່ຈຶ່ງໄດ້ ເລີກການຕ່າວກັບມາ
ເຫັນໜ້າຕາເຮົາບານ ແມ່ແປກໃຈຈິງແທ້
ແຕ່ຕົວເຮົາກໍ່ເລີຍແກ້ ວາຈາຕົວະແມ່
“ ເພາະລູກມີແມ່ເຖົ້າ
ພາໄປຫຼິ້ນທ່ຽວສວນ
ຢູ່ທີ່ນັ້ນສຸດມ່ວນແມ້ງ ເພາະໝູ່ຄູ່ມີຫຼາຍ
ຢູ່ທີ່ນັ້ນສຸດມ່ວນແມ້ງ ເພາະໝູ່ຄູ່ມີຫຼາຍ
ລູກກໍ່ເລີຍສະບາຍຕົວ ຊື່ນໃຈຢູ່ແນວນີ້
ແມ່ຍາຍມີຂອງຕ້ອນ ຫຼາຍອັນມາຝາກແມ່
ໝາກກ້ຽງນີ້ຫວານແທ້ໆ ລູກແກະໃຫ້ແມ່ກິນ
“
ແມ່ໄດ້ຍິນເຮົາເວົ້າ ກໍ່ຕໍ່ວ່າຍາຍຫຼາຍ
ແມ່ໄດ້ຍິນເຮົາເວົ້າ ກໍ່ຕໍ່ວ່າຍາຍຫຼາຍ
ແມ່ວ່າເສຍດາຍເງິນ ຊື້ມາກມາຍປານນີ້
ແມ່ນຍາຍມີສີໜ້າ ແວວຕາທີ່ອິດອ່ອນ
ແຕ່ແມ່ຍາຍບໍ່ຫ່ອນເວົ້າ ກົວເຮົານັ້ນຊິນ້ອຍໃຈ
ຄືນນັ້ນ ຫຼັງຈາກຕົວຂ້ອຍໄດ້ ແຈບຈຸ່ມຈົມຫຼັບ
ແມ່ຍາຍເລີຍຈາຊັບ ໃຫ້ແມ່ເຮົາຫວນຮູ້
ເຊົ້າມາ ເຫັນແມ່ແນມດູໜ້າ ໃນສາຍຕາທີ່ແຂງຂົ່ມ
ພ້ອມທັງຈົ່ມດ່າຮ້າຍ ເພາະເຮົານັ້ນເວົ້າບໍ່ຈິງ
“ ທຸກສິ່ງແມ່ຍອມຮັບໄດ້ ຖ້າລູກກ່າວຄວາມຈິງ
“ ທຸກສິ່ງແມ່ຍອມຮັບໄດ້ ຖ້າລູກກ່າວຄວາມຈິງ
ສິ່ງດຽວຄືຄວາມຕົວະ ທີ່ແມ່ຊັງຈິງແທ້
ແມ່ນີ້ເຄີຍສອນເຈົ້າ ທໍາ ຄວາມດີໃຈສັດຊື່
ເປັນຫຍັງລູກຈຶ່ງດື້ ຕົວະໄດ້ຮອດແມ່ຕົນ
ແມ່ນີ້ທົນບໍ່ໄດ້ ທີ່ລູກແມ່ເປັນຄົນຕົວະ
ແມ່ນີ້ທົນບໍ່ໄດ້ ທີ່ລູກແມ່ເປັນຄົນຕົວະ
ແມ່ຮັກຜົວຈິງຈັງ ພໍ່ລູກຍັງຕົວະໄດ້
ຍາມພໍ່ທຽວໄປຫຼິ້ນ ຕົວະເລີຍໆໄປວຽກດ່ວນ
ສວານຄວາມຈິງເກືອບທຸກຄັ້ງ ຈົນຮ້າງຫ່າງຮັກກັນ
ລູກຮູ້ບໍ່ສິ່ງເຫຼົ່ານັ້ນ ເກີດຈາກລ່າຍພາງຕົວະ
ລູກຮູ້ບໍ່ສິ່ງເຫຼົ່ານັ້ນ ເກີດຈາກລ່າຍພາງຕົວະ
ຜົວທີ່ສຸດແສນຮັກ ແມ່ຈຶ່ງຍອມລາຮ້າງ
ສ່າງເທາະຄວາມຫຼັງນັ້ນ ມັນກາຍໄປແລ້ວລູກແມ່
ນັບຕັ້ງແຕ່ມື້ນີ້ ຫ້າມຈາເວົ້າເລື່ອງຂີ້ຕົວະ “
“ ຍ້ອນລູກກົວແມ່ນັ້ນ ຈະເພີ່ມຄວາມເສຍໃຈ
“ ຍ້ອນລູກກົວແມ່ນັ້ນ ຈະເພີ່ມຄວາມເສຍໃຈ
ລູກກໍ່ເລີຍຕົວະໄປ ເພື່ອຢາກບັງເອົາໄວ້
ສ່ວນວ່າໃຈຕົນເອງແລ້ວ ບໍ່ປະສົງຢາກຫຼອກແມ່
ແຕ່ທາງອອກຊອກບໍ່ໄດ້ ຈຶ່ງຈາເວົ້າຢ່າງຫ້າມໃຈ
“
ມື້ນັ້ນ ຂ້ອຍເຫັນແມ່ສ່າງໄດ້ ສຸດທີ່ພໍໃຈ
ມື້ນັ້ນ ຂ້ອຍເຫັນແມ່ສ່າງໄດ້ ສຸດທີ່ພໍໃຈ
ຮູ້ຢູ່ໃນຄວາມຮັກ ທີ່ເຮົາມີໃຫ້
ແມ່ອອຍໃຈເຮົາດ້ວຍ ຄໍາ ດີເວົ້າຕໍ່
“ ແມ່ໃຫ້ລູກພົບພໍ່ໄດ້
ວັນໃດນັ້ນລູກຢາກໄປ
“
ນ້ໍາ ຕາຂ້ອຍໄຫຼອາບແກ້ມ ດ້ວຍຄວາມຊື່ນດີໃຈ
ນ້ໍາ ຕາຂ້ອຍໄຫຼອາບແກ້ມ ດ້ວຍຄວາມຊື່ນດີໃຈ
ບໍ່ເຄີຍມີຄວາມສຸກໃດ ເທົ່າແມ່ຈາຄໍາ ນີ້
ຄວາມດີໃຈຂອງຂ້ອຍ ໃນແວວຕາຈົນລົ້ນຫຼັ່ງ
ຂ້ອຍໄດ້ຍິນແມ່ສັ່ງເວົ້າ ຄໍາ ນີ້ສ່າງຊື່ນໃຈ
ຈາກວັນນັ້ນຂ້ອຍໄດ້ ໄປຫາພໍ່ເປັນປະຈໍາ
ຈາກວັນນັ້ນຂ້ອຍໄດ້ ໄປຫາພໍ່ເປັນປະຈໍາ
ຂ້ອຍມີຄວາມສຸກສໍາ ລານ ເມື່ອພໍ່ຫອມຕົວຂ້ອຍ
ຂ້ອຍໄດ້ເຫັນຮອຍຍິ້ມ ຄວາມສຸກໃຈຜູ້ເປັນພໍ່
ຂ້ອຍກໍ່ສຸດປ່ຽມປຶ້ມ ຍາມໄດ້ຢູ່ຮ່ວມກັນ
ຊີວິດໃນເມື່ອນັ້ນ ມັນສ່າງມີສຸກ
ຊີວິດໃນເມື່ອນັ້ນ ມັນສ່າງມີສຸກ
ຄວາມທຸກໃນຊີວິດ ມືດມົນໄດ້ໝົດແລ້ວ
ແລເຫັນແວວໃສເຫຼື້ອມ ຄວາມຈິງຂອງຊີວິດໃໝ່
ເມື່ອພໍ່ແມ່ຂ້ອຍໄດ້ ຄືນດີເຂົ້າຮັກກັນ
ຄວາມສໍາ ພັນນ້ອຍໆ ທີ່ຂ້ອຍກໍ່ໄດ້ເປັນຜົນ
ຄວາມສໍາ ພັນນ້ອຍໆ ທີ່ຂ້ອຍກໍ່ໄດ້ເປັນຜົນ
ເຮັດໃຫ້ຄົນສອງຄົນ ເລີ່ມເຂົ້າໃຈກັນໄດ້
ເລີ່ມເປີດໃຈຈິງເວົ້າ ສານສໍາ ພັນໃຫ້ເໝືອນເກົ່າ
ໃຈຂອງເຮົາກໍ່ຍິ້ມ ຍິນດີດ້ວຍເຊັ່ນເຂົາ
ຄວາມຫຼັງແສນໂສກເສົ້າ ຄັ້ງເກົ່າກາຍມາ
ຄວາມຫຼັງແສນໂສກເສົ້າ ຄັ້ງເກົ່າກາຍມາ
ຈົ່ງສິ້ນກັບເວລາ ທີ່ຜ່ານມາເສຍຖ້ອນ
ຂໍວິ້ງວອນວານໄຫວ້ ສິ່ງສັກສິດໃນໂລກ
ຈົ່ງເກັບໂຊກອັນໂຫດຮ້າຍ ໃຫ້ຫາຍສິ້ນຈາກເຮົາ ແດ່ຖ້ອນ.
ຂຽນເມື່ອປີ 1997
ຂຽນເມື່ອປີ 1997
No comments:
Post a Comment