Thursday, May 27, 1999

ຮອຍຊໍ້າທີ່ຫົວໃຈ


ຄືນ­ນີ້ ເໝືອນ­ທຸກ­ຄືນ­ຜ່ານ­ພົ້ນ    ທີ່­ຮູ້ວ່າ­ໃຈເຫງົາ
ໜ່ວຍ­ໝອນ­ໝູນ­ຂອງເຮົາ        ໄດ້­ຊັບເອົາ­ນໍ້າຕາ­ຍ້ອຍ
ນັ້ນ­ຄື­ຕົວ­ຂອງ­ຂ້ອຍ                  ເຫງົາ­ໃຈ­ຈຶ່ງ­ໄຫ້­ຮໍ່າ
ຄືນ­ຄໍ່າ­ໃດ­ກໍ່­ສະ­ອື້ນ                    ບໍ່ມີເວັ້ນ­ແຕ່­ຢ່າງ­ໃດ

ມັນເປັນ­ສຽງບອກ­ໃຫ້                ຮູ້­ຄ່າຄວາມ­ຫຼັງ
­ໃຫ້­ຮູ້ຍັງ­ຊີວິດ                           ທີ່­ຄິດ­ພຽງເຫັນ­ໃກ້
ເປັນ­ສິ່ງ­ສອນເຮົາ­ໃຫ້                 ຈົດ­ຈໍາ­ໃຈ­ທີ່ມັກ­ງ່າຍ
ຄິດ­ສະ­ບາຍ­ມໍ່­ໃກ້                       ຈຶ່ງນອນ­ໄຫ້­ຮໍ່າ  ຄະ­ນິງ

ຄິດ­ຢາກເປັນເມຍ­ກ່ອມ­ກິ້ງ          ຫວັງເພິ່ງ­ປາລະ­ມີ
ເຊື່ອ­ວ່າເຂົາເປັນ­ຄົນ­ດີ                ຈຶ່ງ­ໃຫ້ນອນ­ຊົມ­ຊ້ອນ
ຫຼອນ­ໄດ້ກິນ­ຂອງ­ແລ້ວ               ພັດ­ຄື­ແຫຼວ­ໄດ້ກິນ­ໄກ່
ປານເສືອເຖົ້າ­ໄດ້­ຕ່ອນ­ຊີ້ນ           ກິນ­ແລ້ວ­ກໍ່­ຜ່າຍ­ໜີ

­ແລ້ວ­ສັກ­ສີ­ຂອງ­ຂ້ອຍ              ກໍ່­ສິ້ນ­ຄ່າຄວາມ­ໝາຍ
ຍ້ອນ­ຖືກ­ຊາຍ­ທໍາ  ລາຍ            ຮ່ວມນອນ­ຊົມ­ຊ້ອນ
ຖືກ­ຕົວ­ຊາຍ­ສອນ­ໃຫ້              ຊາມ­ໄວ­ຢ່າ­ໃຈ­ງ່າຍ
ຢ່າໝາຍ­ຕາເສບ­ຊູ້                 ໃຫ້ເສຍ­ຊັ້ນ­ຊື່ຍິງ

ຄືນ­ນີ້­ຫຼິງ­ຫຼໍ່າ­  ຟ້າ                     ສ່າງ­ມືດ­ມິດ­ຫງອຍເຫງົາ
­ໃນ­ຫົວ­ໃຈຂອງເຮົາ                ຍິ່ງ­ຫວັ່ງເວ­ໃຈ­ຄ້ອຍ
ມີ­ພຽງ­ໝອນ­ຂອງ­ຂ້ອຍ           ອອຍ­ໃຈ­ໃຫ້­ຮູ້ວ່າ
ຢາດ­ນໍ້າຕາເຈົ້າ­ຈົ່ງ­ຍ້ອຍ         ຕົວ­ຂ້ອຍ­ຊິ­ຊັບ­ມັນ

ມີ­ພຽງ­ໝອນເທົ່າ­ນັ້ນ               ທີ່ນອນ­ຮ່ວມເສຍ­ໃຈ
ເພາະ­ບໍ່ມີ­ຄືນ­ໃດ                    ທີ່­ໜ່ວຍ­ຕາ­ບໍ່­ລິນ­ຍ້ອຍ
ມັນ­ຊ່ວຍເກັບ­ນໍ້າ  ຕາ­ຂ້ອຍ       ໃນ­ຫຼາຍ­ຄືນ­ທີ່­ພົ້ນ­ຜ່ານ
­ໃຈ­ລ້າວ­ລານ­ມັນ­ຈຶ່ງ­ຍ້ອຍ        ເຫັນ­ໃຈ­ຂ້ອຍ­ແດ່­ໝອນ

ຂ້ອຍ­ມີ­ຄວາມເດືອດ­ຮ້ອນ          ເອົ້າ­ອັ່ງ­ອຸກ­ໃຈ
ນອນ­ອາ­ໄລ­ວັນ­ຫຼັງ                    ເມື່ອ­ຍັງ­ມີ­ແຟນ­ໃກ້
ຄັ້ງ­ໜຶ່ງ­ໃນ­ຫົວ­ໃຈ­ຂ້ອຍ              ສຸກ­ສົມ­ຫວັງ­ຢ່າງ­ຊ້ອຍ­ຊື່ນ
ເກັບ­ກ່ຽວ­ຄວາມ­ຊໍ່າ­  ຊຶ້ງ              ເອົາ­ໄວ້­ຢ່າງ­ປ່ຽມ­ໃຈ

­ແຕ່­ແລ້ວ­ໃນ­ວັນ­ນີ້                     ມັນ­ໄດ້­ຫ່າງ­ຈາງ­ຫາຍ
­ແຕກ­ສະ­ລາຍ­ລາ­ໜີ                  ຢ່າງ­ບໍ່ມີ­ຫຍັງ­ແລ້ວ
ນີ້­ລະ­ຄື­ຮອຍ­ແປ້ວ                     ມານຍາລວງ­ຂອງ­ຊາຍ­ໜຶ່ງ
ຊາຍ­ຊຶ່ງ­ໃຈ­ແຫ່ງ­ຂ້ອຍ               ເຄີຍ­ສຸກ­ລົ້ນເມື່ອ­ຮ່ວມ­ຮຽງ

­ໄດ້ຍິນ­ສຽງເພງ­ຮ້ອງ                  ດັງ­ລ່ອງມາຕາມ­ລົມ
ເພງ­ຊື່ນ­ຊົມ­ຄວາມ­ຮັກ               ແລ້ວ­ຖືກ­ຫັກ­ໃຈ­ຊໍ້າ
ມັນ­ຍິ່ງ­ທໍາ­  ໃຫ້­ຕົວ­ຂ້ອຍ              ເສຍ­ໃຈ­ຢ່າງ­ບ້າ­ຄັ່ງ
ເປັນ­ຫຍັງ­ນໍ­ໂລກ­ໜ່ວຍ­ນີ້           ຈຶ່ງ­ມີ­ລົ້ນ­ສິ່ງ­ຫຼອກ­ລວງ

ບໍ່­ແມ່ນ­ຂ້ອຍ­ທັກ­ທ້ວງ                 ປະ­ນາມ­ດ່າຄວາມ­ດີ
­ແຕ່­ຂ້ອຍ­ຕິ­ຄວາມເລວ                ທີ່­ແອບ­ແຝງມາ­ນັ້ນ
ເປັນ­ຫຍັງ­ມັນ­ຈຶ່ງ­ມີ­ໄດ້                 ຄວາມເລວ­ທີ່­ຊາດ­ຊົ່ວ
ຄວາມ­ຂີ້­ຕົວະ­ຫຼອກ­ຕົ້ມ               ມັນ­ມີ­ໄດ້­ຈັ່ງ­ໃດ

ທັງ­ທີ່­ໃຈເຮົາ­ນັ້ນ                         ຄິດ­ສ້າງ­ແຕ່­ຄວາມ­ດີ
ຢາກ­ຈະ­ມີ­ຄວາມ­ຮັກ                   ທີ່ງົດງາມ­ຈິງ­ແທ້
ທຸກ­ວັນ­ແລເຫັນ­ຍິ້ມ                    ຈິງ­ໃຈ­ແລະ­ຜຸດ­ຜ່ອງ
ເຫັນ­ໃນ­ສິ່ງ­ທີ່­ຖືກ­ຕ້ອງ                 ບໍ່­ປອງ­ຂ້າເຂັ່ນ­ກັນ

­ແຕ່­ແລ້ວ­ສິ່ງ­ຂ້ອຍ­ຄິດ­ນັ້ນ             ມັນ­ບໍ່­ແມ່ນ­ຄວາມ­ຈິງ
ຂ້ອຍ­ບໍ່ເຄີຍ­ຫຼິງເຫັນ                    ສິ່ງ­ຊົ່ວ­ຊາມເລວ­ຊ້າ
­ໃນ­ສາຍ­ຕາຂອງ­ຂ້ອຍ                 ເຫັນ­ຄວາມງາມ­ທີ່­ຜຸດ­ຜ່ອງ
ບໍ່­ຮູ້ເຫັນ­ສິ່ງ­ແອບ­ຍ້ອງ                 ໝາຍ­ປອງ­ລໍ້­ຫຼອກ­ຊົມ

ຂ້ອຍ­ໂງ່ງົມ­ປັນຍາ­ປູ້                    ບໍ່­ຮູ່­ຮ່ອມເຫັນ­ຈິງ
ຍ້ອນເປັນ­ຍິງເຫັນ­ຄວາມງາມ       ຈຶ່ງ­ຖືກ­ຊາຍ­ລວງ­ຕົ້ມ
ຫຼົງ­ຄາ­ລົມ­ລວງເວົ້າ                     ຫວານ­ໃນ­ທີ່­ຊຶ້ງ­ສ່າ
ຫຼົງ­ວາຈາ­ອິ່ນ­ອ້ອຍ                      ທີ່ມີ­ໃຫ້­ແຕ່­ລະ­ວັນ

ຫຼົງ­ຂອງ­ຂ­ວັນ­ທີ່ເຂົາ­ໃຫ້               ເປັນ­ຄ່າ­ສິນ­ໃຈ
ເລີຍ­ຫຼົງ­ໄຫຼວ່າເຂົາ­ດີ                   ຢ່າງ­ບໍ່ມີ­ລະ­ວັງ­ໄວ້
ຈິ່ງ­ປ່ອຍ­ໃຈ­ໃຫ້­ໂລມເນື້ອ            ຈົນເຫຼືອ­ຕົວເປືອຍເປົ່າ
ຍ້ອນ­ປ່ອຍເຂົາ­ລູບ­ຄັ້ນ                ໃຈເຮົາ­ນັ້ນ­ຈິ່ງ­ອ່ອນ­ໄຫວ

ບໍ່ອາດ­ຄຸມ­ສະ­ຕິ­ໄດ້                      ໃຫ້ເຂົາ­ແຊ່ກາມະ­ລົມ
­ໃຫ້ເຂົາ­ຊົມ­ຄວາມ­ສາວ                 ແລ້ວ­ກ່າວ­ລາ­ໜີ­ພ້ອມ
ຮັກ­ຫອມ­ຫວນ­ຍັງເຫຼືອ­ໃຫ້             ພຽງເສຍ­ໃຈ­ໂອ້ອ່າວ
ເສຍ­ຄວາມ­ສາວ­ຍັງ­ບໍ່­ແລ້ວ           ຍັງເສຍ­ໜ້າ­ດ່າຫຍາມ

ຖືກ​ລວນ​ລາມ​ຊົມ​ຊ້ອນ                ນັ້ນ​ຍັງ​ບໍ່​ປານ​­ໃດ
​­ແຕ່​ສິ່ງ​ເຮົາ​ເຈັບ​­ໃຈ ​­                     ແຄ້ນ​ຊວງ​ຈິງໆ­​ນັ້ນ
​ເຂົາ​ກ່າວ​ຂ­ວັນ​ຈາ​ເວົ້າ                 ປະ­ນາມ​ເຮົາ​ເປັນ​ຍິງ​ເງື່ອນ
ຍິງ​ກາ­ລີ​­ແປດ​ເປື້ອນ                    ນອນ​ຫຼິ້ນ​ງາ​ຍດາຍ

​ເປັນ​ຂອງ­ຂ­ວັນ​ຖວາຍ​­ໃຫ້             ຈາກ​ທີ່​ຮັກ​ສຸດ​­ໃຈ
ນໍ້າ  ຕາ​ເຮົາ​ຈິ່ງ​ລິນ​­ໄຫຼ                   ຫຼັ່ງ​ລົງ​ບໍ່​ວາຍ​ເວັ້ນ
ຄົນ​­ໃດ​ເຫັນ​ກໍ່​­ແນມ​ໜ້າ                ​­ໃນ​ສາຍ­ຕາ​ຍິງ​ຊັ້ນ​ຕໍ່າ
ສັກ​ສີ​ຖືກ​ຢຽບ​ຢໍ່າ​ຖິ້ມ                   ​ເໝືອນ​ຄົນ​­ໄຮ້​ຄ່າ​ໝາຍ

ການ​ເປັນ​ຍິງ​ສູນ​ສິ້ນ                    ທຸກ​ສິ່ງ​­ໃນ​ຊີ​ວີ
ໝົດ​ສັກ​ສີ​­ໃນ​ສັງ­ຄົມ                    ຍ້ອນ​ຖືກ​ຊາຍ​ຊົມ​ຊ້ອນ
ຖືກ​ຊາຍ​ນອນ​ຊົມ​ຫຼິ້ນ                  ພຽງ​ທີ່​ດຽວ​ກໍ່​ສິ້ນ​ຄ່າ
​­ແລ້ວ​ສັງ​ຄົມ​ກໍ່​ເຂັ່ນ​ຂ້າ                 ປະ­ນາມ​ເວົ້າ​ຢ່າງ​ເສື່​ອມ​ເສຍ

ກາຍ​ເປັນ​ເມຍ​ເຊີຍ​ຫຼິ້ນ               ຫຼື​ຍິງ​ເຊົ່າ​ເພື່ອ​ເຂົາ​ຊົມ
ສັງ­ຄົມ​ເອີຍ​ສັງ­ຄົມ                      ຢ່າ​ປະ­ນາມ​ຫຍາມ​ຮ້າຍ
ຈົ່ງ​­ໂຜດ­ຜາຍ​ຄົນ​ເສົ້າ                  ກໍາ­  ລັງ​­ໃຈ​ເອົາ​­ໃຫ້​­ແນ່
ຢ່າ​ເຫັນ​­ແຕ່​ວ່າ​ຊົ່ວ​ຮ້າຍ               ຍ້ອນ​ຊາຍ​­ໄດ້​ຮ່ວມ​ເສບ​ເຊີຍ

ສັງ­ຄົມ​ເອີຍ​ຈົ່ງ​­ໃຫ້                      ຄວາມ​ອຸ່ນ​­ແນ່​ຈັກ​ນິດ
ຢ່າ​ຄິດ​ພຽງ​ປະ­ນາມ​ຫຍາມ          ວ່າ​ຜູ້ຍິງ​ເສຍ​ຕົວ​ສິ້ນ
ຮູ້​ບໍ່​­ໃຜ​ຄົນ​ປົດ​ສີ້​ນ                      ຊົມ​ຕົວ​ນາງ​­ໃຫ້​ສິ້ນ​ຄ່າ
ຄັນ​ບໍ່​­ແມ່ນ​ຊາຍ​ໜ້າ­ດ້ານ            ​ເປັນ​ຄົນ​ສ້າງ​ກໍ່​ເຂັນ

​­ໄດ້​ຊົມ​­ແລ້ວ​ກໍ່​ເວັ້ນ                      ປະ­​ຫ່າງ​ວາງ​ໜີ
ຄິດ​ວ່າ​­ໃຜ​ຄົນ​ອັບ­ປີ                     ຊົ່ວ​ຊາມ​ເລວ​ຊ້າ
​ເປັນ​ຫຍັງ​ມາ​ປະ­ນາມ​ຂ້າ             ຈາ​ຄໍາ​  ດຽວ​ວ່າ​ຍິງ​ຊົ່ວ
ຕົວ​ຜູ້​ຊາຍ​ທີ່​ກໍ່​ເລື້ອງ ​­                  ໃຫ້​ເມືອງ​ເສົ້າ​ບໍ່​ກ່າວ​ຫຍັງ

​ ແລ້ວ​ກໍ່​ຍັງ​ຢູທ່າ​ງ­ຍິ້ມ ​                 ເວົ້າ​ມ່ວນ​ຊວນ​ຫົວ
ວ່າ​ຕົວ​ເອງ​ເປັນ​ຄົນ​ງາມ               ສໍ່າ  ​ຜູ້ຍິງ​ນອນ​ຊົມ​ລ້າ
ພຽງ​­ແຕ່​ຫາ​ວິ­ທີ​ເວົ້າ ​                    ເອົາ​­ໃຈ​­ໃຫ້​ເຂົ້າ​ຮ່ອມ
​­ແລ້ວ​ຜູ້ຍິງ​ກໍ່​ພ້ອມ                       ຍ​ອມ​­ໃຫ້​ເຂົ້າ​ຮ່ວມ​ນອນ

ບໍ່​ມີ​ຫຍັງ​ຈະ­​ເດືອດ­ຮ້ອນ              ສິ້ນ​ເລື່ອງ​ຕາມ​ມາ
ຜູ້ຍິງ​ຫວະ­​ຈະ­​ຫານ​ຈາ                 ວ່າ​ຖືກ​ຊາຍ​ນອນ​ຊົມ​ຊ້ອນ
ມິ​ດງຽບ​ນອນ​ປານ​ຫອຍ​­ໄຂ້          ຝັນ​ຫຼັບ​­ໄຫຼຢູ່​­ໃນ​ບ່ອນ
ຕ້ອງການ​ນອນ​ກໍ່​­ແວ່​­ໄດ້              ພໍ​­ໃຈ​­ແລ້ວ​ກໍ່​ລຸກ​ໜີ

​ຖ້າ​ສັງ­ຄົມ​ມີ​ຕາ​­ແທ້                     ປະ­ນາມ​­ແດ່​ຊາຍ​ອັບ­ປີ
ຕົວະ­​ຜູ້ຍິງ​ດີໆ­                            ຫຼອກ​ກິນ​ປະ­ນາມ​ພ້ອມ
ຮັກ​ຈອມ​ປອມ​ທີ່​ເຂົາ​ສ້າງ            ສັງ­ຄົມ​ປະ­ນາມ​­ແນ່
​ເປັນ​ຫຍັງ​­ແລ​ລໍ່າ  ​ເວົ້າ                  ປະ­ນາມ​ຂ້າ​­ແຕ່​ຜູ້ຍິງ

ນີ້​ລະ­​ຄື​ສິ່ງ​­ໂຫດ­ຮ້າຍ                   ​­ແອບ​­ແຝງ​ຢູ່​­ໃນ​ສັງ­ຄົມ
ສາວ​­ໃດ​ຊາຍ​ຊົມ​ຕົວ                   ຄ່າ​ຄົນ​ເກືອ​ບ­ສູນ​ສິ້ນ
ບໍ່​ມີ​­ໃຜ​ຍິນ​ດີ​­ໃຫ້                          ອະ­​­ໄພ​ເຮົາ​ຕັ້ງ​ຕົວ​­ໃໝ່
ນອກ­ຈາກ​ເວົາ​­ໃສ່​ຮ້າຍ ​­              ໃຫ້​ອາຍ​ໜ້າ​ຂາດ­ຄ່າ​ຄຸນ

ພຽງ​ຖືກ​ຊາຍ​ມາ​ປຸ້ນ                    ສະ­ຫວາດ​ຮັກ​ເຮົາ​­ໄປ
​­ແລ້ວ​ກໍ່​­ໄຂ​ວາຈາ                        ດ່າ​ປະ­ຈານ​ໝົດ​ສິ້ນ
ພໍ​ສັງ­ຄົມ​­ໄດ້​ຍິນ​­ແລ້ວ                  ປະ­ນາມ​ເຮົາ​ເປັນ​ຄົນ​ຊົ່ວ
ບໍ່​ມີ​­ໃຜ​ຄິດ​ຄົ້ນ­ຄ­ວ້າ                    ຄວາມ​ຈິງ​ນັ້ນ​­ແມ່ນ​ຫຍັງ

ພຽງ​­ແຕ່​ຂ້ອຍ​ພາດ​ຟັ້ງ                ກໍ່​ສິ້ນ​ຄ່າ​ຄວາມ​ດີ
ກຽດ​ສັກ​ສີ​ຂອງ​ຄົນ                    ​­ແມ່ນ​ບໍ່​ມີ​ເຫຼືອ​­ໄວ້
ທັງ​ທີ່​​­ໃນ​ວັນ​ຫຼັງ​ນັ້ນ                    ຄວາມ​ດີ​ເຮົາ​ເຄີຍ​ສ້າງ​ກໍ່
ພໍ​ເມື່ອ​ຊາຍ​ເສບ​ຊ້ອນ                ກໍ່​ສູນ​ສິ້ນ​ຄ່າ​ໝາຍ

​ເຖິງ​ຖືກ​ຊາຍ​ຊົມ​ຊ້ອນ                 ບໍ່​­ໄດ້​ຜ່ານ​ງານ​ດອງ
ຂ້ອຍ​ຮ້ອງ​ຂໍ​ສັງ­ຄົມ                    ຈົ່ງ​ອະ­​­ໄພ​ເຮົາ​ດ້ວຍ
ຈົ່ງ​ຊ່ວຍ​ເຫຼືອ​ຕົວ​ຂ້ອຍ                ຂໍ​ຄວາມ​ເຫັນ​­ໃຈ​­ແນ່
​ເມດ​ຕາ​ຄົນ​ຜູ້​ຜ່າ​ຍ​­ແພ້                ຍັງ​ຫວັງ​ສ້າງ​ສິ່ງ​ດີ

ທີ່​ຂ້ອຍ​ເປັນ​ເຊັ່ນ­ນີ້                    ຍ້ອນ​ຂ້ອຍ​ອ່ອນ​ດຽງ­ສາ
ບໍ່​ພິ­ຈາລະ­ນາ­ຄິດ                      ຕໍ່​ຊາຍ​ທີ່​ມາ​­ໃກ້
ຊາຍ​ທີ່​ມາ​­ໄຂ​ເວົ້າ                      ຫວານ​ຄາ­ລົມ​ລໍ້​ລ່າຍ
ຍ້ອນ​ບໍ່​ຄິດ​ເຖິງ​ເລື່ອງ​ຮ້າຍ          ທີ່​ມີ​ຂຶ້ນ​ເມື່ອ​ຫຼັງ

ວັນ​ນີ້ ຈິ່ງ​ຖືກ​ສັງ­ຄົມ​ຕັ້ງ ​              ເປັນ​ນາງ​ຊື່​ກາ­ລີ
ຍ້ອນ​ວ່າ​ມີ​ຜົວ​ເຊີຍ                     ບໍ່​ຜ່ານ​ດອງ​ຄອງ​ເຄົ້າ
ຕົກ​ເປັນ​ຂອງ​ນິນ­ທາ​ເວົ້າ ​­           ໃນ​ສັງ­ຄົມ​ວ່າ​ຍິງ​ຊົ່ວ
ບາດ​ຜູ້​ຊາຍ​ນັກ​ລົ້ວ                    ສັງ­ຄົມ​ນັ້ນ​ບໍ່​ກ່າວ​ຫຍັງ

ບັນ­ຫາ​ທີ່​ກໍ່​ຕັ້ງ                           ສ້າງ​ຮ່ວມ​ນໍາ  ​ກັນ
ຍາມ​ມີ​ຄວາມ­ສຸກ​ສັນ                 ຮ່ວມ​ກັນ​ສະ­ໜຸກ​ຍິ້ມ
ບາດ­ວ່າ​ຊາຍ​­ໄລ​ຖິ້ມ                  ມີ​ພຽງ­ຍິງ​ເປັນ​ຄົນ​ຊົ່ວ
ສັງ­ຄົມ​ເວົ້າ​ວ່າ​ອີ່​ລົ້ວ                   ຜົວ​ເຈົ້າ​ນັ້ນ​ຢູ່​­ໃສ

ຂ້ອຍ​­ໄດ້​ພຽງ​ຮໍ່າ​­  ໄຫ້                   ນໍ້າ​  ຕາ​ຫຼັ່ງ​­ໄຫຼ​ນອງ
ສັງ­ຄົມ​ມອງ​ຕົວ​ເຮົາ                   ວ່າ​ເປັນ​ຍິງ​ຮ້າຍ
ຍິງ​ຖືກ​ຊາຍ​ຊົມ​ຫຼິ້ນ                   ນິນ­ທາ​ກັນ​ດັງ​ສະ­ໜັ່ນ
ຍິງ-ຊາຍ ມີ​ສິດ­ສະ­​ເໝີ​ພາບ​ນັ້ນ  ມັນ​ມີ​­ແທ້​ຢູ່​­ໃສ

​ເປັນ​ຫຍັງ ສັງ­ຄົມ​ນັ້ນ​ຈິ່ງ​­ໄດ້        ປະ­ນາມ​­ແຕ່​ຕົວ​ຍິງ
ຄວາມ​ຈິງ​ຕົວ​ຂ​ອງ­ຊາຍ             ຍິ່ງ​ຊົ່ວ​ຊາມ​ເລວ​ຊ້າ
​ເຊີຍ​ຊົມ​ຍິງ​­ແລ້ວ​ປະ­​ຖິ້ມ            ​­ແຮງ​­ໃຈ​ຊາມ­ຊາ​ດ­ຊົ່ວ
ຊອກ​ຫຼອກ​ຕົວະ­​ລ່າຍ​ລໍ້             ສັງ­ຄົມ​ນັ້ນ​ພັດ​ເບິ່ງ​ກາຍ

ສຸດ​ທ້າຍ​­ໂຊກ​ອັນ​­ໂຫດ­ຮ້າຍ      ມາ​ຫຸ້ມ​ຫໍ່​­ໂຮ​ມ­ຍິງ
ຂ້ອຍ​ຈິ່ງ​ເປັນ​ຍິງ​ໝອງ ​             ເພື່ອ​­ໃຫ້​ຄົນ​ເຂົາ​ເຍີ້​ຍ
ຫົວ​ອົກ​ເລີຍ​ມີ​ພຽງ​ເສົ້າ              ກັບ​ຄວາມ​ເຫງົາ​ມາ​ສາບ​­ແຊ່ງ
ຂ້ອຍ​ຢາກ​ພົບ​ຄວາມ​ຮຸ່ງ​­ແຈ້ງ ​   ເພື່ອ​ເດີນ​ກ້າວ​ຕໍ່​­ໄປ

​ເຖິງ​ວ່າ​ຂ້ອຍ​ຊິ​­ໄຫ້                  ລິນ​ຫຼັ່ງ​ນໍ້າ  ຕາ​­ໄຫຼ
ຢ່າ​­ໄດ້​ຫາ​ວ່າ​ຕົວ​ເຮົາ              ອ່ອນ­ແອ­ໃຈ­ນ້ອຍ
ພຽງ­ແຕ່ກໍາ­  ລັງ­ໃຈ­ຂ້ອຍ           ກັບ­ຄວາມ­ຫວັງເຄີຍ­ມີກ່ອນ
ມັນ­ຖືກ­ຖອນອອກ­ສິ້ນ             ເລີຍເຫຼືອ­ຍິ້ມ­ແຫ່ງ­ນໍ້າ  ຕາ

ຂ້ອຍ­ຍັງ­ຈໍາ­  ຄໍາ­  ວ່າເວົ້າ             ມື້ເຂົາ­ກ່າວ­ອໍາ  ລາ
ເປັນ­ວາຈາ­ຄໍາ  ຫຍາມ              ຕື່ມເຕີມ­ດ້ວຍ­ຄວາມເຍີ້ຍ
ເຂົາ­ນັ້ນເຊີຍ­ຊົມ­ຂ້ອຍ             ທັງ­ຕົວ­ໃນ­ຫຼາຍ­ທ່າ
­ແຕ່­ຄຸນ­ຄ່າ­ທີ່­ຂ້ອຍ­ໄດ້              ຄືນອນ­ໃຫ້­ຫຼັ່ງ­ນໍ້າ  ຕາ

ຂ້ອຍ­ຍັງ­ຈໍາ­  ຈື່­ໜ້າ                   ວາຈາ­ສັ່ງ­ສຸດເຈັບ­ໃຈ
ຂ້ອຍ­ຈື່­ໃນ­ຫົວ­ອົກ                  ຢ່າງ­ບໍ່ມີ­ລືມ­ໄດ້
ເພາະ­ວ່າ­ໃນ­ວັນ­ນີ້                  ບໍ່ມີ­ຫຍັງເຈັບ­ປວດກ­ວ່າ
ຄໍາ  ວາຈາເຂົາເຍາະ­ເຍີ້ຍ         ກັບ­ຮອຍ­ຍິ້ມ­ທີ່ເຍາະ­ຫຍາມ

ຂ້ອຍ­ນີ້­ຢາກ­ກ່າວ­ຫ້າມ            ບອກ­ຍິງ­ທົ່ວ­ໂລກາ
­ໃຫ້­ຮູ້­ໃນມານຍາລວງ             ແຫ່ງ­ຜູ້­ຊາຍ­ຄົນ­ນີ້
ຊາຍ­ທີ່ມີເງິນ­ພ້ອມ                 ວາຈາຫວານ­ຍິ້ມ­ງ່າຍ
ມີອຸບາຍ­ຫຼ່ຽມເວົ້າ                  ເອົາ­ໃຈ­ໄດ້­ທຸກໆ­ຍິງ

ຍາມເມື່ອ­ຫຼິງ­ລໍ່າ  ເນື້ອ              ຮູບ­ຫຼໍ່ມົນ­ສະ­ເໜ
ຫຼົງ­ໄຫຼເດ­ຄວາມເປັນ­ຊາຍ      ທຸກໆ­ຍິງ­ລໍາ­  ພັນ­ໂອ້
ສະ­ອອນ­ໂສມ­ໂສພາເນື້ອ       ມີມົນ­ຂັງຍາມ­ຍິ້ມ­ຜ່ານ
ຄື­ຜູ້­ຊາຍ­ໜ້າ­ດ້ານ                  ຕົວະ­ຕົ້ມ­ຫຼອກ­ຜູ້ຍິງ 

­ແຕ່ວ່າ­ສິ່ງ­ຂ້ອຍ­ຢາກເວົ້າ        ຍິງ­ໃດ­ແດ່­ຈະ­ສົນ­ໃຈ
ຍິງ­ໃດເດ­ຈະ­ຍິນຍອມ            ເພື່ອ­ຮັບ­ຟັງເຮົາເວົ້າ
ນອກ­ຈາກເຂົາຈະ­ຫົວເຍີ້ຍ     ຫຍາມເຮົາ­ໂງ່­ແທ້ນໍ່
ຖ້າ­ບໍ່­ໄດ້­ພົບ­ພໍ້                       ກັບ­ຕົວ­ແລ້ວ­ບໍ່ເຊື່ອ­ໃຜ

ເໝືອນ­ດັ່ງ­ຕົວເຮົາ­ໄດ້             ປະ­ສົບ­ພົບ­ກັບ­ຕົວເອງ
ບໍ່ເຄີຍ­ກົວເກງ­ຫຍັງ                ກະ­ສ່າງ­ໃຜຈະ­ຫາເວົ້າ
ເຮົາ­ບໍ່ເຄີຍເຫັນ­ຮູ້                   ຄວາມ­ຫວັງ­ດີ­ທີ່ບອກເອີ່ຍ
ຄິດ­ແຕ່ວ່າເຂົາເຍາະ­ເຍີ້ຍ        ອິດ­ສາ­ໃຫ້­ໃສ່ເຮົາ

ວັນ​ນີ້​ຈິ່ງ​ນັ່ງ​ເສົ້າ                   ​   ເຫງົາ​ຫງ່ວມດວງ​ກະ­ມົນ
ໝອງ​ໝົ່ນ​​­ໃນ​ຫົວ​­ໃຈ                ຫຼັ່ງ​­ໄຫຼ​ນໍ້າ​  ຕາ​ຍ້ອຍ
​ເປັນ​ປັດ­ຈຸບັນ​ຂ້ອຍ                 ບໍ່​ເໝືອນ​ວັນ​ອະ­ດີດ​ເກົ່າ
ສ່າ​ງ​ເທາະ­​ເຮົາ​ຄົນ​ຜ່າ​ຍ​­ແພ້      ສົມ­ຄວນ​­ແລ້ວ​ຫຼັ່ງ​ນໍ້າ  ຕາ

​ເຖິງ​ວ່າ​ເຮົາ​­ໃນ​ວັນ​ນີ້                ຈະ­​ຕົກ​ທີ່​ຈົນ​ອັບ
​ເຮົາ​ຍັງ ພ້ອມ​ສະ­​ເໝີ​ທີ່​ຈະ­​ຊັບ ​  ເຊັ​ດ­ນໍ້າ​ຕາ​ທີ່​­ໄຫຼ​ຍ້ອຍ
ຄອຍ​ອອຍ​­ໃຈ​ຍາມ​ຕົນ​ເສົ້າ ​      ເອົາ​­ໃຈ​ຕົນ​­ໃຫ້​ຍິ້ມ​ງ່າຍ
ຍິ້ມ​ເພື່ອ​ລາ​ຄວາມ​ຜ່າ​ຍ​­ແພ້ ​­     ໃນ​ຄັ້ງ​ເກົ່າ​ຫຼັງ

​ເຮົາ​ນັ້ນ​ຍັງ​ຈໍາ​  ຊຶ້ງ                    ສິ່ງ​ໜຶ່ງ​­ໃນ​ດວງ​­ໃຈ
​ເນື່ອງ​­ໃນ​ວັນ​ວາ​ເລັນ​ທາຍ       ​­ແຜ່ນ​ຜ້າ​­ແພ​ຜືນ​ນັ້ນ
​ເຂົາ​ມອບ​ມັນ​ມາ​­ໃຫ້                ສຸກ​ຫົວ​­ໃຈ​ຢ່າງ​ຊຶ້ງ­ຊໍ່າ
​­ໃຈ​ເຂົາ​­ໃນ​ຄືນ​ຄໍ່າ​  ນັ້ນ              ມີ​ຂ້ອຍ​ທີ່​ເດັ່ນ​ດີ

​­ແຕ່​ວ່າ​­ໃນ​ຄືນ​ນີ້                      ບໍ່​ມີ­ຄ່າ​ຄວາມ​ໝາຍ
ຕົວ​ເຂົາ ຄົງ​­ແຈກ​ຢາຍ​ຜືນ​­ແພ  ທີ່​ງົດ​ງາມ​ກ­ວ່າ​ຜືນ​ນີ້
​ເນື້ອ​ຜ້າ​ດີ​ທັງ​ນຸ້ມ ​­                   ໂຮຍ​ຫອມ​ເນື້ອ​ຜ້າ​­ໃໝ່
​ເພື່ອ​ທີ່​ຈະ­​ມອບ​ສົ່ງ​­ໃຫ້             ຍິງ​­ໃດ​ນັ້ນ​ບໍ່​ສ່າ​ງ​ເຫັນ

​ເພື່ອ​­ໃຫ້​ນາງ​ຕື່ນ​ເຕັ້ນ ​­             ແລະ­​ສືບ​ຕໍ່​ເດີນ­ທາງ
ຍ່າງ​­ໄປ​ຕາມ​ຮອຍ​ຕີນ             ທີ່​ເຮົາ​ເຄີຍ​ເດີນ​ນັ້ນ
ທາງ​ທີ່​ສຸກ​ສັນ​ລົ້ນ ​­                  ແສນ​ສວຍງາມ​ປະ­​ເສີດ​ຄ່າ
ສຸດ​ທ້າຍ ຈະ­​ມາ​ພົບ​ຄວາມ​ປວດ​ລ້າວ ​ເປັນ​ກ້າວ​ເພື່ອ​ສັ່ງ​ລາ

ມັນ​ນັ້ນ​ຄື​­ແຜ່ນ​ຜ້າ                    ອະ­ດີດ​ໜຶ່ງ​­ໃນ​ຄວາມ​ຫວັງ
ຂ້ອຍ​ຍັງ​ເກັບ​ຮັກ­ສາ​ມັນ ​           ເພື່ອ​ນຶກ​ເຖິງ​ຮອຍ​­ແຄ້ນ
​ເປັນ​ຕົວ​­ແທນ​ຂອງ​ຄວາມ​ເສົ້າ ​  ເຕືອນ​­ໃຈ​ເຮົາ​ຍາມ​­ໃຫ້​ຮໍ່າ
​ເຊັດ​ນໍ້າ  ຕາ​­ໃຫ້​­ແຫ້ງ​ນໍ້າ ​­              ໃນ​ຍາມ​​­ໄຫ້​ຮໍ່າ  ​ຄະ­ນິງ

​ເຖິງ​ມັນ​ເປັນ​ສິ່ງ​ນ້ອຍ                ບໍ່​ມີ­ຄ່າ​­ໃນ​ລາຄາ
​­ແຕ່​ວ່າ​ມັນ​ມີ​ຄວາມ​ໝາຍ           ຍິ່ງ​­ໃຫຍ່​­ໃນ​ຫົວ​­ໃຈ​ຂ້ອຍ
​ເຖິງ​ເປັນ​­ແພ​ຜືນ​ນ້ອຍ               ສາຍ­ຕາ​ເຂົາ​ບໍ່​ມີ­ຄ່າ
​­ໃນ​ສາຍ­ຕາ​ຂ້ອຍ​­ແລ້ວ              ມັນ​ນັ້ນ​ຍິ່ງ​­ໃຫຍ່​ຫຼາຍ

​ເພາະ­​ມັນ​ນໍາ​­  ໂຊກ​­ໂຫດ­ຮ້າຍ      ຄັ້ງ​ຍິ່ງ​­ໃຫຍ່​­ໃນ​ຊີວາ
​­ໂຊກ​ມານ​ຍາ​ຄາ­ລົມ​ລວງ          ຫຼ່ຽມ­ຊາຍ​ຊົມ​ຍ້ອງ
ຮຽນ​ຮູ້​ຄວາມ​ໝອງ​ເສົ້າ             ຜິດ​ຫວັງ​ເຫງົາ­ຢ່າງ​­ໄຮ້​ຄ່າ
ຮູ້​­ໃນ​ຄວາມ​ຊ່າ​ຊຶ້ງ                    ກັບ​ຄວາມ​ເສົ້າ​­ແສບ​ທວງ


​ ຮູ້​­ໃນ​​­ໂລກ​ໜ່ວຍ​ກ­ວ້າງ ​            ເມື່ອ​ມີ​ຮັກ​ມີ​ສຸກ​ສັນ
​ເມື່ອ​ຮັກ​ກັນ​ຢ່າງ​ຈິງ​­ໃຈ              ກໍ່​ສ່າ​ງ­ມີ​ຄວາມ­ສຸກ​ລົ້ນ
ຮັກ​ນັ້ນ​ເປັນ​ຜົນ​­ໃຫ້                    ປັດ​­ໄຈ​ດີ​ຫຼາຍໆ­​ສິ່ງ
​­ແຕ່​ຄວາມ​ຈິງ​ສິ່ງ​ຂ້ອຍ​ພໍ້             ຄື​ຕົວ​ຂ້ອຍ​ຮັກ​ຫຼຸ່ມ­ຫຼົງ

ຂໍ​ເວ­ລາ​ຈົ່ງ​ຊ່ອຍ​ຂ້ອຍ ​                ເພື່ອ​ທີ່​ຈະ­​ປັບ​­ໃຈ
​ເປັນ​ຢາ​ປົວ​­ໃນ​ຮອຍ​­ແຜ               ທີ່​­ແຜ່​ລາມ​­ໃນ​­ໃຈ​ຂ້ອຍ
ລຶບ​­ແຜ​ຊາຍ​ມານ​ຍາ​ຮ້ອຍ            ຄອຍ​ທໍາ  ລາຍ​ຍາມ​­ໂດດ­ດ່ຽວ
​ເມດ​ຕາ​ຫຼຽວ​ລໍ່າ​  ຂ້ອຍ                  ຍາມ​­ໃຈ​ຊໍ້າ  ​­ແສບ​ລະ­​ທົມ

ຮັກ​ຄັ້ງ​ນີ້​ເຖິງ​ຊິ​ລົ້ມ                       ຂໍ​ລຸກ​ຕໍ່​ເດີນ​ຕາມ
ນໍ້າ​  ທະ­​ເລ​ຈະ­​ສວຍ​ງາມ                ກໍ່​ເພາະ­​ມີ​ຟອງ​ຄື້ນ
ຄືນ​ລາ­ຕີ​ຈະ­​ງາມ​ລໍ້າ                      ມີດ​ວງດາວ​ສາດ​ສ່ອງ
ຊີວິດ​ຂອງ​ຂ້ອຍ​ນັ້ນ                     ຕ້ອງ​ເປັນ​ຂ້ອຍ​ສົ່ງ​ພະ­ລັງ

​ເວ­ລາ​ເອີຍ​ຈົ່ງ​ຊ່ອຍ​ຢັ້ງ                 ພາບ​­ແຫ່ງ​ຄວາມ​ຫຼັງ
ຫວັງ​ວ່າ​ຈິດ​­ໃຈ​ເຮົາ                      ຊິ​ເຂັ້ມ​­ແຂງ​ກ­ວ່າ​ວັນ​ນີ້
ຫວັງ​ຈະ­​ມີ​ຮອຍ​ຍິ້ມ                      ຄວາມ­ສຸກ​­ໃຈ​ທີ່​ລຽບ​ງ່າຍ
​ເມື່ອ​ນັ້ນ​ພາບ​ອັນ​­ໂຫດ­ຮ້າຍ          ຄົງ​ໝົດ​ສິ້ນ​ອອກ​ຈາກ​­ໃຈ

ວັນ​ນີ້​ຂໍ​ຂາບ​­ໄຫວ້                         ກັບ​ພາບ​­ແຫ່ງ​ຄວາມ​ຫຼັງ
​­ໃຫ້​ພົບ​ຍັງ​ຄວາມ​ຜາ​ສຸກ                ທີ່​ທ່ຽງ​ຈິງ​ເສຍ​ຖ້ອນ
ລາ​ກ່ອນ​ຄວາມ​ຫຼັງ​ຂ້ອຍ                ທີ່​ເຄີຍ​ຫວານ​­ແສນ​ຊ້ອຍ​ຊື່ນ
ກັບ​ວັນ​ຄືນ​ຂົມ​ຂື່ນ​ເສົ້າ ​­                 ໃນ​ມື້​ຕໍ່ໆ­​ກັນ

​­ແຟນ​ເອີຍ​­ແຟນ­ຂ້ອຍ​ນັ້ນ                ຂ້ອຍ​ຂໍ​ກ່າວ​ອໍາ​  ລາ
ນີ້​ເປັນ​ຄັ້ງ​ສຸດ​ທ້າຍ​ນະ­                    ທີ່​ກ່າວ​ລາ​­ໃຫ້​ກັບ​ເຈົ້າ
ບັດ​ນີ້​ເຮົາ​ຈະ­​­ໄປ​ເຂົ້າ                      ຫາ​ຄວາມ​ຈິງ​ຊີວິດ​­ໃໝ່
​­ໄປ​ລ້າງ​­ໃຈ​­ໃຫ້​ປອດ​ກ້ຽງ                 ໝົດ​ສ້ຽງ​ສິ່ງ​ທຸກ​­ໃຈ

ລາ​ກ່ອນ ຄວາມ​ຮູ້­ສຶກ​ທີ່​­ໄດ້               ​ເຈັບ​ເລິກໆ­​­ໃນ​ຫົວ​­ໃຈ
ລາ​ກ່ອນ ອະ­ດີດ​ເຄີຍ​ຫຼົງ​­ໄຫຼ              ຢ່າງ​­ໂງ່​ງົມ​ຈົມ​ຕົມ​ຊໍ້າ
ລາ​ກ່ອນ ຄວາມ​ຜິດ​ຫວັງ​ທີ່​ທໍາ​­  ໃຫ້      ຈິດ​­ໃຈ​ເຮົາ​­ໄດ້​ສະ­ຫວ່າງ
ລາ​ກ່ອນ ຄວາມ­ສຸກ​ທີ່​ອ້ອມ​­ໂອບ​ຂ້າງ ​ເຕັມ​­ໄປ​ດ້ວຍ​ສິ່ງ​ຫຼອກ​ລວງ.
ຂຽນເມື່ອປີ 1999