Monday, November 23, 1998

ຍິ້ມລາວິວາແຟນ


ຄືນ​ນີ້              ​ໃນ​ຫ້ອງ​ນອນ​ຂອງ​ຂ້ອຍ          ມີ​ຍິງ​ໜຶ່ງ​ອຸລາ​ເຫງົາ
ນາງ​ເປີດ​ເພງ​ເບົາໆ                     ນັ່ງ​ຊຶງ​ຊົມ​ຟ້າ
ສອງ​ດວງ​ຕາ​ໄຫຼ​ຍ້ອຍ                  ​ເຕືອນ​ຕົວ​ໃຫ້​ຮູ້​ວ່າ
ລືມ​ເຖີດ​ໜາ​ໜຶ່ງ​ຄັ້ງ                     ທີ່​ເຄີຍ​ບ້າ​ຮັກ​ເຂົາ

  ນີ້​ບໍ່​​ແມ່ນ​ຂ້ອຍ​ກ່າວ​ເວົ້າ              ປະນາມ​ດ່າ​ກັບ​ຊາຍ​ໃດ
ຂ້ອຍ​ພຽງ​ຂຽນ​ພາສາ​ໃຈ              ທີ່​ຄໍ່າ​ຄວນ​ໃນ​ຕອນ​ນີ້
ຂຽນ​ເລື່ອງ​ລາວ​ນາລີ​ນ້ອຍ             ຍິງ​ສາວ​ທີ່​ລຽບ​ງ່າຍ
ກັບ​ຊີວິດ​ສາກ​ໂຫດ​ຮ້າຍ               ທີ່​ພວມ​ພົ້ນ​ຜ່ານ​ໄປ

  ສອງ​ວັນ​ຫຼັງ​ຂ້ອຍ​ໄດ້                ບັດ​ເຊີນ​ສົ່ງ​ມາ​ເຖິງ
ຂ້ອຍ​ລື້​ນ​ເລິງ​ໃນ​ອຸລາ               ​ເມື່ອ​ຮັບ​ເອົາ​ບັດ​ເຊີນ​ແລ້ວ
ພໍ​ອ່ານ​ຫຼາຍ​ແຖວ​ພົ້ນ                  ຕົວ​ເຮົາ​ຈຶ່ງ​ຮູ້​ວ່າ
ວັນ​ວິວາ​ມື້​ອື່ນ​ເຊົ້າ              ຄື​ແຟນຂ້ອຍ​ຊິ​ແຕ່ງດອງ

  ຂ້ອຍ​ໄດ້​ພຽງ​​ມອງ​ເຈ້ຍ              ​ເກືອບລົ້ມ​ຖ່າວ​ທັງ​ຢືນ
ຂົມ​ຂື່ນ​ເຈັບ​ເດດ​ວງ​ໃຈ              ອ່ານ​ເນື້ອ​ໃນ​ບັດ​ເຊີນ​ແລ້​ວ
ຊື່​ຂອງ​ຊາຍ​ໃນ​ແຖວ​ໜ້າ               ຕຳຕາ​ອຸລາ​ແລ່ງ
ຂ້ອຍ​ໝົດ​ແຮງ​ລ່ອຍ​ລ້າ                ສີ​ໜ້າຫຼ່າ​ເຫຼືອງ

  ​ເມື່ອ​ຂ້ອຍ​ຮັບ​ຮູ້​ເລື້ອງ                ​ເຈົ້າ​ບ່າວ​ຄື​ແຟນ​ເຮົາ
ພວມ​ຈະ​ກາຍ​ເປັນ​ຜົວ​ເຂົາ             ​ແລ້ວ​ລະ​ໜາ​ໄວໆ​ນີ້
ຂ້ອຍ​ຍັງ​ມີ​ພຽງ​ສຽງ​ໄຫ້                ອຸກ​ໃຈ​ເດ​ຈະ​ບ້າ​ປ່ວງ
ຖືກ​ເຂົາ​ລວງ​ຫຼອກ​ຕົ້ມ                 ຊົມ​ແລ້ວ​ບ່າຍໆ​ໜີ

  ນີ້​ຫຼື​ຄົນ​ດີ​ຂ້ອຍ                       ທີ່​ຫວັງ​ແຕ່ງ​ຢ່າງ​ຈິງ​ໃຈ
ປະ​ໄວ້​ໃສ​ຄຳ​ສັນຍາ                    ວ່າ​ຮັກ​ດຽວ​ພຽງ​ຂ້ອຍ
ສຸດ​ທ້າຍ​ກາຍ​ເປັນ​ດ້ອຍ                ຕົວ​ສຳຮອງ​ຢຽບ​ຜ່ານ
ລາ​ຄຳ​ດຽວ​ກໍ່​ບໍ່​ຕ້ານ                    ​ໃຫ້​ຕົວ​ຂ້ອຍ​ໄດ້​ເຜື່ອ​ໃຈ

  ຂ້ອຍ​ມັນ​ອົດ​ບໍ່​ໄດ້                    ຈະ​ກັ້ນ​ຫຼັ່ງ​ນ້ຳ​ຕາ​ລິນ
ສິ້ນ​ແລ້ວ​ນໍ​ຄວາມ​ຫຼັງ                   ທີ່​ງົດ​ງາມ​ໃນ​ຄາວ​ກີ້
ມີ​ຈະ​ມີ​ຕົວ​ເຈົ້າ                          ຮຽງ​ພາ​ຂວັນ​ປ້ອນ​ໄຂ່
ວ່າ​ຈະ​ໄດ້​ກອດ​ເຈົ້າ                     ຍາມ​ເຂົ້າ​ສູ່​ບ່ອນ​ນອນ

  ຄວາມສຸກ​ເຄີຍ​ເສບ​ຊ້ອນ             ຄັ້ງ​ເກົ່າ​ການຍມາ
ພໍ​ເມື່ອ​ຫຼັບ​ຕາ​ລົງ                        ກໍ່​ເລົ່າ​ເຫັນ​ມັນ​ໄດ້
​ເປັນຄວາມ​ສຸກ​ຈາກ​ໃຈ​ຂ້ອຍ            ບໍ່​ເຄີຍ​ລວງ​ລໍ້​ລ່າຍ
​ແຕ່​ວ່າ​ຊາຍ​ນັ້ນ​ເຊື່ອງ​ຊ້ອນ               ຄວາມ​ລວງ​ຕົ້ມ​ຢ່າງ​ແນ່​ໃຈ

  ​ເສຍ​ໃຈ​ເດ​ທີ່​ໄດ້                       ພົບ​ຊາຍ​ທີ່​ບໍ່​ໃຈ​ຈິງ
ຊາຍ​ທີ່​ເຫັນ​ຕົວ​ຍິງ                      ຄ່າ​ບໍ່​ມີ​ເທົ່າ​ໃບ​ເຈ້ຍ
​ເສຍ​ທັງ​ໃຈ​ເສຍ​ທັງ​ໜ້າ                  ​ເສຍ​ເວລາ​ເສຍ​ທຸກ​ສິ່ງ
ກາຍ​ເປັນ​ຍິງ​ຖືກ​ກ່ອມ​ກິ້ງ              ​ເພື່ອ​ຊາຍ​ຊ້ອນ​ຮ່ວມ​ເສບ​ເຊີຍ

  ​ເຖິງ​ຂ້ອຍ​ຊິ​ເອີ່ຍ​​ເວົ້າ                   ປະນາມ​ກ່າວ​ເປັນກ​ອນ
ກໍ່​ເປັນ​ພຽງ​ຕົວ​ອັກສອນ                 ​ເພື່ອ​ກ່າຍ​ລົງ​ໃນ​ໃບ​ເຈ້ຍ
ຄວາມ​ຫຼັງ​ຍັງ​ເປັນ​ເມຍ​ຖິ້ມ             ຂອງ​ຊາຍ​ບໍ່​ໄດ້​ແຕ່ງ
ພາບ​ຈຳ​ແລງ​ເຫຼົ່າ​ນັ້ນ                   ປະນາມ​ຂ້າ​ກວ່າ​ສິ່ງ​ຂຽນ

  ມັນ​ໄດ້​ກາຍ​ເປັນ​ສ້ຽນ                ສຽບ​ຢູ່​ກາງ​ໃຈ
ມັນ​ກາຍ​ເປັນ​​ແປວ​ໄຟ                  ​ໄໝ້​ລາມ​ອຸລາ​ມ້ອຍ
​ເປັນ​ສັດຕູ​ທຳລາຍ​ຂ້ອຍ                 ບໍ່​ມີ​ວັນ​ຈະ​ເວັ້ນຫວ່າງ
​ເປັນ​ຂວາກ​ໜາມ​ຂີດ​ເນື້ອ              ​ໃຫ້​ໃຈ​ຂ້ອຍ​ແສບ​ລະ​ທົມ

ວັນ​ນີ້              ຕັດສິນ​ໃຈ​ກົ້ມ​ໜ້າ                 ​ໄປ​ຮ່ວມ​ງານ​ດອງ
ຂ້ອຍ​ຢາກ​ມອງ​ດູ​ຊາຍ                  ​ເມື່ອ​ຕອນ​ວິວາ​ເລີ້ມ
ຍາມ​ແຕ່ງ​ເຕີມ​ເສີມ​ໜ້າ                ທາ​ຕາ​ຄົງ​ຊິ​ຫຼໍ່
ຂ້ອຍ​ມາ​ລໍ​ພົບ​ພໍ້                       ​ໃບ​ໜ້າ​ທີ່​ແຕ່ງ​ແປງ

  ບໍ່​ແມ່ນ​ມາ​ເພື່ອ​ກັ່ນ​ແກ້ງ             ປັ່ນ​ປ່ວນ​ງານ​ດອງ
ຂ້ອຍ​ຍິນ​ດີ​ມາສະ​ຫຼອງ                ​ເພື່ອ​ບອກ​ຄຳ​ຍິນ​ດີ​ດ້ວຍ
ມາ​ອ່ວຍ​ພອນ​ເສີມ​ສ້າງ                ພອນ​ໄຊ​ຕາງ​ລາ​ສັ່ງ
ລາ​ຄວາມ​ຫຼັງ​ທີ່​ເຈົ້າ                    ​ເປັນ​ແຟນຂ້ອຍ​ໄດ້​ຊື່ນ​​ໃຈ

  ຂ້ອຍ​ມາ​ຍ້ອນ​ເຈົ້າ​ໃຫ້               ຝາກ​ສົ່ງ​ບັດ​ເຊີນ
ຊິ​ຫ່າງ​ເຫີ​ນກັນ​ໄປ                     ຍັງ​ຫ່ວງ​ໄຍຕົວ​ຂ້ອຍ
ຢ້ານ​ເຈົ້າ​ຫາ​ວ່າ​ໃຈນ້ອຍ               ​ເສຍ​ສັດທາ​ລ້າ​ເປົ່າ
ມາ​ຂອບ​ໃຈ​ທີ່​ເຈົ້າ                     ຍັງ​ເຫັນ​ຂ້ອຍ​ເພື່ອ​ເພື່ອ​ນດີ

  ຍ້ອນ​ຂ້ອຍ​ຄິດ​ເຊັ່ນ​ນີ້                ຂ້ອຍ​ຈິ່ງ​ຕັດສິນ​ໃຈ
ຍິນ​ດີ​ໄປ​ອ່ວຍ​ພອນ                    ​ອະດີດ​​ແຟນຂອງ​ຂ້ອຍ
ດ້ວຍ​ຄວາມ​ຫວັງ​ພຽງ​ນິດ​ນ້ອຍ        ຈະ​ເຫັນ​ຊາຍ​ມີ​ຍິ້ມ​ສັ່ງ
ຍິ້ມ​ສິ້ນ​ຫວັງ​ສຳລັບ​ຂ້ອຍ              ​ ໃນ​ມື້​ຕໍ່​ໄປ

ເຊົ້າ​ນີ້              ພໍ​ເມື່ອ​ຕົວ​ຂ້ອຍ​ໄດ້                 ກ້າວ​ສູ່​ງານ​ວິວາ
ສາຍຕາ​ຄົນ​ທັງຫຼາຍ                   ກໍ່​ເລົ່າ​ມອງ​ດູ​ຂ້ອຍ
ພວກ​ເຂົາ​ຄອຍ​ແນມ​ຈ້ອງ              ມອງ​ເຮົາ​ເໝືອນ​ບອກ​ວ່າ
ກັບ​ເຖີກໜາ​ຂ້ອຍ​ຢ້ານ​ເຈົ້າ             ຊິ​ເພ​ມ້າງ​ເຄື່ອງ​ແຕ່ງດອງ

  ຕາ​ທັງຫຼາຍ​ກ່າວ​ຟ້ອງ               ມອງ​ເຮົາ​ຕໍ່າ​ເກີນ​ຈິງ
​ເຂົາ​ເຫັນ​ເຮົາ​ເປັນ​ພຽງ​ຍິງ              ທີ່​ເສດ​ເຫຼືອ​ໃນ​ງານ​ນີ້
ຂ້ອຍ​ຕັ້ງ​ໃຈ​ມາ​ດີ​ແລ້ວ                ຈະ​ມາ​ງານ​ຢ່າງ​ລຽບ​ງ່າຍ
ບໍ່​ແມ່ນ​ມາ​ເພື່ອ​ຄິດ​ຮ້າຍ               ທຳລາຍ​ລ້າງ​ຊື່​ສຽງ

  ໝໍພອນ​ເທດ​ດັງ​ປ້ຽງໆ              ​ເໝືອນ​ຟ້າຜ່າ​ເຂົ້າ​ຊວງ​ໃນ
ຫົວ​ໃຈ​ເຮົາ​ມັນ​ເຈັບ                    ໜ່ວຍ​ມະ​ໂນ​ແດ​ດີ້ນ
ຟັງ​ຍິນ​ສຽງ​ໂຮ​ຮ້ອງ                    ເອົາ​ຂວັນ​ສາວ​ບ່າວ
ຍໍ​ເຫຼົ້າ​ຂາວ​ໄກ່​ຕົ້ມ                      ຂະໜົມກ້ວຍ​ອ່ວຍ​ພອນ

  ຫົວອົກ​ເຮົາ​ວາບ​ວູ່​ຮ້ອນ             ​ເຫັນ​ເຂົາ​ນັ່ງ​ໃນ​ພາ​ຂວັນ
ຄຽງ​ຄູ່​ກັນ​ຊອນລອນ                  ​ເອີ​ບອີ່ມ​ເຕັມ​ດ້ວຍ​ຮອຍ​ຍິ້ມ
ສອງ​ຮິມ​ສົບ​ບານ​ແ​ຍ້ມ                ສຸກ​ໃຈ​ໄດ້​ຄອງ​ຄູ່
ສ່ວນ​ຕົວ​ເຮົາ​ນັ້ນ​ບໍ່​ຮູ້                   ນ້ຳ​ຕາ​ຍ້ອຍ​ແຕ່​ເມື່ອ​ໃດ

  ບໍ່​ແມ່ນ​ຂ້ອຍ​ຮ້ອງ​ຮໍ່າ​ໄຫ້             ຍ້ອນ​ວ່າ​ເສຍ​ໃຈ
​ແຕ່​ປຶ້ມ​ໃນ​ຄວາມ​ຮັກ                  ທີ່​ພວກ​ເຂົາ​ມີ​ນັ້ນ
​ເຖິງ​ຍິ້ມ​ໃນ​ວັນ​ນີ້                       ​ແກມ​ນ້ຳ​ຕາ​ຍັງ​ມີຄ່າ
ດີກ​ວ່າ​ຮ້ອງ​ຮໍ່າ​ໄຫ້                     ບໍ່​ມີ​ຍິ້ມ​ໃຫ້​ໝູ່​ເຫັນ

                      ຂ້ອຍ​ຈັບ​ແພ​ຄ່ອຍ​ເນັ້ນ              ຊັບ​ລຸ່ມ​ດວງ​ຕາ
ກ່າວ​ອຳ​ລາ​ຄົນ​ຮັກ                     ຈາກ​ໃຈ​ຂອງ​ຂ້ອຍ
ສາຍຕາ​ຄອຍ​ແນມ​ນິ້ງ                 ຊົມ​ເຂົາ​ປ້ອນ​ໄຂ່
ສຸກ​ໃຈ​ເຖີດ​ທີ່​ຮັກ​ຂ້ອຍ                ທີ່​ເຄີຍ​ກິ້ງກ່ອມ​ນອນ

  ຊາຕາ​ຂ້ອຍ​ບໍ່​ຄາດ​ຊ້ອນ             ວິວາ​ຮ່ວມ​ຮຽງ​ຊາຍ
ຢາກ​ຮູ້ສຶກ​ເດ​ຄວາມ​ໝາຍ             ​ເມື່ອ​ແຕ່ງດອງ​ກັບ​ຊາຍ​ແລ້ວ
ມື​ກອດ​ແອວ​ເຮົາ​ເຂົ້າ                   ຕຽງ​ນອນ​ຊ້ອນ​ເສື່ອ
ຫຼັງ​ຈາກ​ພົງ​ເຜົ່າ​ເຊື້ອ                   ຜູກ​ແຂນ​ໃຫ້​ແຕ່ງດອງ

  ຂ້ອຍ​ຄ່ອຍໆ​ຢ່ອງ​ຍ້າຍ              ມາສູ່​ພາ​ຂວັນ
ນຳ​ຕາ​ມັນ​ຕົກລົງ​ໃນ                  ບໍ່​ອາດ​ທຳ​ໃຈ​ໄດ້
ມື​ເດ່​ໄປ​ຈັບ​ເອົາ​ຝ້າຍ                   ກາຍາ​ຮູ້ສຶກ​ສັ່ນ
​ເໝືອນ​ຖືກ​ຟັນ​ຜ່າ​ມ້າງ                ​ໃຈ​ຂ້ອຍ​ຊິ​ກະ​ເດັນ

  ​ເກືອບ​ຈະ​ເປັນວິນ​ລົ້ມ               ມໍລະ​ແມ່ງສະຕິ​ເສຍ
ຂ້ອຍ​ອ່ອນ​ເພຍ​ກາຍ​ໃຈ              ​ເຄື່ອນ​ເໜັງ​ບໍ່​ທຳ​ໄດ້
ຂ້ອຍ​ຈິ່ງ​ອອຍ​ໃຈ​ນິ້ງ                  ​ໂຢະ​ລົງ​ໂຢບ​ນັ່ງ
​ເຕື່ອນສະຕິ​ອິກຄັ້ງ                     ຕົວ​ຂ້ອຍ​ຢ່າ​ອ່ອນ​ແອ

  ​ເຖິງ​ຕົວ​ເຮົາ​ຊິ​ຜ່າຍແພ້             ​ແນ້ວ​ແນ່​ຄວາມ​ເປັນ​ຈິງ
​ເຖິງ​ສັງຄົມ​ຈະ​ແລ​ຫຼິງ                  ວ່າ​ຊົ່ວ​ຊາມ​ເລວ​ຊ້າ
​ເຖິງ​ສາຍຕາ​ຈະ​ແນມ​ຈ້ອງ             ມອງ​ເຮົາ​ເປັນ​ຍິງ​ຊົ່ວ
ສະ​ເພາະ​ຕົວ​ຂ້ອຍ​ແລ້ວ               ຍັງ​ພ້ອມ​ເຮັດ​ສິ່ງ​ດີ

  ທີ່​ຂ້ອຍ​ເປັນ​ເຊັ່ນ​ນີ້                  ຍ້ອນ​ຂ້ອຍ​ອ່ອນ​ດຽງສາ
ບໍ່​ຮູ້​ທັນ​ຄາລົມ                        ລ່ຽມ​ຊາຍ​ລວງ​ລໍ້
ຄິດ​ວ່າ​ຕົນ​ມາ​ພໍ້                       ຊາຍ​ຄົນ​ດີ​ໝັ້ນ​ທ່ຽງ
ຍ້ອນ​ຫຼົງ​ໄຫຼ​ປາກ​ກ້ຽງ                ລົມ​ເວົ້າ​ທີ່​ຄ່ອງ​ຫູ

  ນີ້​ແລະ​ຄື​ຄູ່​ແທ້                      ທີ່​ຝັນ​ໄຝ່ມາ​ນານ
ຄວາມ​ຮັກ​ສຸດ​ແສນ​ຫວານ            ຮັກ​ຈິງ​ໃຈ​ພໍ້
ຈຶ່ງ​ຍົກຍໍ​ຖວາຍ​ໃຫ້                   ທັງ​ກາຍ​ໃຈ​ບໍ່​ຮູ້​ຮິ່ນ
ພໍ​ເຂົາ​ກິນ​ອີ່ມ​ແລ້ວ                    ກໍ່​ໄລ​ຖິ້ມ​ຄ່າ​ບໍ່​ມີ

  ​ແລ້ວ​ຄວາມ​ດີ​ຂອງ​ຂ້ອຍ             ກໍ່​ສິ້ນ​ຄ່າ​ຄວາມ​ໝາຍ
ພຽງ​ຄັ້ງ​ດຽວ​ຊາຍ​ທຳລາຍ             ​ເສບ​ເຊີຍ​ຊົມ​ຊ້ອນ
ຖືກ​ຕົວ​ຊາຍ​ສອນ​ໃຫ້                  ຊາມ​ໄວ​ຢ່າ​ໃຈງ່າຍ
ຢ່າ​ໝາຍ​ຕາ​ມໍ່​ໃກ້                      ພໍ​ໃຈ​ແລ້ວ​ຮ່ວມ​ເສບ​ສົມ

  ຂ້ອຍ​ຕັ້​ງ​ໃຈ​ບໍ່​ໃຫ້​ລົ້ມ               ​ໂຮຍ​ຮ່ວງ​ກາງ​ພາ​ຂວັນ
ຂ້ອຍ​ໝັ້ນ​ໃຈຕົນ​ເອງ                  ຕ້ອງ​ສູ້​ກັບ​ຄວາມ​ຈິງ​ໄດ້
ຈະ​ບໍ່​ນອງ​ນ້ຳຕາ​ໄຫ້                    ດວງ​ໃຈ​ຕ້ອງ​ຜຸດ​ຜ່ອງ
ຂ້ອຍ​ຫຼຽວ​ມອງ​ເສັ້ນ​ຝ້າຍ             ບາຍ​ຢື້​ເຂົ້າ​ໃສ່​ມື

  ຄວາມ​ກະຕືລື​ລົ້ນ                    ທີ່​ຄົນ​ອື່ນ​ເຂົາ​ມີ
ຄວາມ​ປິ​ຕິ​ຍິນ​ດີ                       ທີ່​ທຸກ​ຄົນ​ມີ​ນັ້ນ
​ເຫດ​ສັນ​ໃດ​ໃຈ​ຂອງ​ຂ້ອຍ              ມີ​ພຽງ​ຄວາມ​ຫວ່າງ​ເປົ່າ
ຕັ້ງ​ໃຈ​ຍິ້ມ​ໃຫ້​ເຈົ້າ                     ຍາມ​ເຮົາ​ໄດ້​ຜູກ​ແຂນ

  ອະດີດ​ແຟນຂອງ​ເຈົ້າ               ມາ​ອ່ວຍ​ພອນ​ໄຊ
​ເນື່ອງ​ໃນ​ວັນ​ສົມຣົດ                   ຮ່ວມ​ຮຽງ​ສອງ​ເຈົ້າ
ຕົວ​ເຮົາ​ພຽງ​ມາ​ໃຫ້                   ອ່ວຍ​ພອນ​ໄຊ​ປະ​ເສີດ​ຄ່າ
ຂໍ​ເມຍ​ເຈົ້າ​ຢ່າ​ດ່າ​ຂ້ອຍ                 ​ເກີນ​ເລື້ອງ​ທີ່​ວ່າ​ແຟນ

  ຂໍ​ພຽງ​ນາງ​ຢ່າ​ໂກດ​ແຄ້ນ             ໝາງ​ໝົ່ນ​ໃນ​ໃຈ
​ເຈົ້າ​ໄດ້​ເປັນ​ເມຍ​ເຂົາ                   ສ່ວນ​ເຮົາ​ພຽງ​ແຟນຊ້ອນ
​ແຟນທີ່​ເຂົາ​ນອນ​ຫຼິ້ນ                  ​ເຊີຍ​ຊົມ​ເປັນ​ທາງ​ຜ່ານ
ຂ້ອຍ​ຢາກ​ຂານ​ກ່າວ​ເວົ້າ              ​ແຕ່​ເຮົາ​ກ້າ​ບໍ່​ເຖິງ

  ຂ້ອຍ​ໄດ້​ພຽງ​ເບິ່ງ​ໜ້າ               ​ແລ້ວ​ຍິ້ມ​ຕໍ່​ໄມຕຣີ
​ເປັນ​ຄົນ​ດີ​ຂອງ​ເຂົາ​ນະ                 ນັບ​ແຕ່​ໃນ​ວັນ​ນີ້
ຂ້ອຍ​ຍິນ​ດີ​ມາ​ໃຫ້                    ອ່ວຍ​ພອນ​ໄຊ​ບອກ​ກ່າວ
ວ່າ​ເຈົ້າ​ສາວ​ດັ່ງ​ເຈົ້າ                    ສົມຄວນ​ແລ້ວ​ໄດ້​ຄູ່​ເຂົາ

  ຂໍ​ອ່ວຍ​ພອນ​ໃຫ້​ເຈົ້າ                ພົບ​ແຕ່​ຄວາມສຸກ​ຂີ
​ເປັນ​​ເມຍ​ທີ່ດີ​ຂອງ​ເຂົາ​                ຢ່າ​ປ່ອຍ​ລາ​ໄລ​ຮ້າງ
​ໃຫ້​ຮ່ວມ​ກັນ​ສຸກ​ສັນ​ສ້າງ              ​ເປັນ​ຄອບຄົວ​ທີ່​ອົບ​ອຸ່ນ
ບຸນ​ພວກ​ເຈົ້າ​ສ້າງ​ໄວ້                 ຈຶ່ງ​ມາ​ໄດ້​ຄູ່​ກັນ

  ຂໍ​ໃຫ້​ຮັກ​ກັນ​ໝັ້ນ                  ຄົງ​ຮັກ​ສະ​ເໝີ​ໄປ
ຄອງ​ຮັກ​ສຸກ​ສົມ​ໃຈ                 ຮົ່ມ​ເຢັນ​ນຳ​ກັນ​ຖ້ອນ
ຂໍ​ອ່ວຍ​ພອນ​ໃຫ້​ສອງ​ເຈົ້າ            ມີ​ລູກ​ຊາຍ​ໃຫ້​ຮູບ​ຫຼໍ່
​ແຕ່​ຢ່າ​ເໝືອນ​ພໍ່​ເຈົ້າ                  ທີ່​ໃຈ​ຄ້າ​ຄ່າ​ຜູ້ຍິງ

  ມີ​ລູກ​ຍິງ​ຂໍ​ໃຫ້​ໄດ້                   ງາມ​ດັ່ງ​ມານ​ດາ
​ແຕ່​ຢ່າ​ທຳ​ໂລ​ເລ                      ງ່າຍ​ໃຈ​ຄື​ຂ້ອຍ
​ໃຫ້​ຄ່ອຍ​ເອົາ​ສະຕິ​ຕັ້ງ                 ຫຼິງ​ຊາຍ​ໃຫ້​ແນ້ວ​ແນ່
​ໃຫ້​ພົບ​ຊາຍ​ທີ່​ຮັກ​ແທ້                ຢ່າ​ລວງ​ຫຼິ້ນ​ດັ່ງ​ພໍ່​ນາງ

  ມື​ປ່ອຍ​ວາງ​ປະ​ຝ້າຍ                ​ແລ້ວ​ຍິ້ມ​ສົ່ງ​ຢ່າງ​ຈິງ​ໃຈ
ຍອມຮັບ​ໃນ​ຄວາມ​ເປັນ​ຈິງ         ອະດີດ​ແຟນຂໍ​ລາ​ເຈົ້າ
​ເຮົາ​ຈະ​ໄປ​ສະ​ສົມ​ສ້າງ                ປາລະມີ​ອີກ​ຄັ້ງ​ໃໝ່
ຂ້ອຍ​ອະ​ໄພ​ໃຫ້​ເຈົ້າ                 ​ໃນ​ເລື້ອງ​ທີ່​ຜ່ານ​ມາ

  ຂໍ​ພຽງ​ເຈົ້າ​ຢ່າ​ເວົ້າ                  ປະນາມ​ກ່າວ​ເກີນ​ຈິງ
ຄິດ​ໃສ່​ໃຈ​ວ່າ​ເປັນ​ຍິງ                 ຄັ້ງ​ໜຶ່ງ​ເຄີຍ​ຊົມ​ຊ້ອນ​
ຄິດ​ວ່າ​ເຄີຍ​ນອນ​ຫຼິ້ນ                 ​ເຊີຍ​ຊົມ​ໃນ​ຄັ້ງ​ຜ່ານ
ຢ່າ​ປະຈານ​ດ່າ​ຂ້ອຍ                  ​ເປັນ​ຍິງ​ເປື້ອນທີ່​ເສື່ອ​ມ​ເສຍ

  ຂ້ອຍ​ເຄີຍ​ເປ​ັນ​ເມຍ​ເຈົ້າ          ບໍ່​ໄດ້​ຜ່ານ​ງານ​ດອງ
ຂໍ​ຮ້ອງ​ຊາຍ​ຈົ່ງ​ເຫັນ​ໃຈ                ບໍ່​ກ່າວ​ຫຍາມ​ກໍ່​ພໍ​ແລ້ວ
ຢ່າ​ກ່າວ​ແຊວ​ຂາຍໜ້າ                ນິນທາ​ກັບ​ພວກ​ໝູ່
ຫວັງ​ວ່າ​ຊູ້​ເກົ່າ​ຂ້ອຍ                   ຄົງ​ທຳ​ໄດ້​ສິ່ງ​ທີ່​ຂໍ

  ຄືນ​ນີ້   ຂ້ອຍ​ຈຶ່ງ​ກົ້ມ​ຕໍ່​ເຈ້ຍ          ຂີດ​ກ່າຍ​ພຽນ​ຂຽນ
ຫວັງ​ເພື່ອ​ພຽງ​ເປັນ​ບົດຮຽນ          ​​ເພື່ອເພື່ອນ​ຍິງ​ໃນ​ພາຍ​ໜ້າ
ຫວັງ​ເພື່ອ​ຍິງ​ທີ່​ມາ​ພໍ້                  ຈັບ​ມັນ​ຂຶ້ນ​ມາ​ອ່ານ
ພົ້ນ​ຊາຕາ​ນ​ໃຈ​ມໍ່​ໃກ້                  ​ເໝືອນ​ຂ້ອຍ​ໄດ້​ພົບ​ມາ

  ຜິດ​ແລ້ວ​ຈົ່ງ​ຕັ້ງໜ້າ                  ສ້າງ​ໃໝ່​ຄວາມ​ດີ
ລ້າງ​ລາຄີ​ມົນທິນ                      ອອກ​ຈາກ​ໃຈ​ໃຫ້​ມັນ​ໄດ້
ຢຸດ​ເສຍ​ໃຈ​ໃນ​ວັນ​ນີ້                   ຊີ​ວີ​ເຮົາ​ຍັງ​ມີຄ່າ
ຢຸດ​ນ້ຳ​ຕາ​ທີ່​ຢາດ​ຍ້ອຍ                 ​ໃຫ້​ຄວາມ​ເສົ້າ​ຜ່ານ​ໄປ

  ​ເມື່ອ​ນັ້ນ​ເຮົາ​ຊິ​ໄດ້                    ຈິດ​ໃຈ​ຄ່ອຍ​ສະຫງົບລົງ
ຢ່າ​ປະສົງ​ໂກທາ                       ​​ໂກ​ດ​ເຄືອງ​ຊິ​ເລວ​ຮ້າຍ
ບ່າຍໆ​ຄວາມ​ຫຼັງ​ແລ້ວ                ໝາຍ​ປອງ​ຊີວິດ​ໃໝ່
​ເມື່ອ​ຈິດ​ໃຈ​ໄດ້​ປອດ​ກ້ຽງ               ຈະ​ໝົດ​ສ້ຽງ​ສິ່ງ​ທຸກ​ໃຈ

  ທຸ​ກຄໍ່າ​ຄືນ​ຈົ່ງ​ໄຫວ້                  ພຽນ​ພໍ່າ​ພາວະນາ
ປະຕິບັດ​ສິນ​ທຳ                      ​ໃສ່​ໃຈ​ເອົາ​ໄວ້
​ແລ້ວ​ຕົວ​ເຮົາ​ຈະ​ໄດ້                    ປະສົບ​ພຽງ​ແສງ​ສະຫວ່າງ
​ເຫັນ​ເສັ້ນທາງ​ທີ່​ຖືກຕ້ອງ        ໝາຍ​ປອງ​ສ້າງ​ແຕ່​ສິ່ງ​ດີ ນັ້ນ​ແລ້ວ.

ຂຽນເມື່ອ ປີ 1998

No comments:

Post a Comment