Sunday, August 20, 1989

ກ່ອນຈະສິ້ນແສງທຽນ

ທີ່ຮັກ        ທຽນເຫຼັ້ມນີ້ຊິໄດ້             ດັບມອດໝົດແສງ ເສຍແລ້ວ
      ແຕ່ວ່າມັນຍັງແດງ                 ສົ່ງແສງໃຫ້ຕົວນ້ອງ         
ຂຽນຈົດໝາຍ  ດ້ວຍຫົວໃຈໝອງເສົ້າ        ໄປຫາຍິງຄົນໜຶ່ງ           
      ເຊິ່ງໃນຄາວກ່ອນພຸ້ນ               ເຄີຍໄດ້ຮັກກັນ       
            ເມື່ອໃດຕົວອ້າຍນັ້ນ          ໄດ້ຮັບຈົດໝາຍ      
      ໂປຼດຢ່າທຳລາຍມັນ                ນີ້ເປັນຄຳຂໍຮ້ອງ      
      ເຖິງອັກສອນຈະໝອງເສົ້າ           ຕົວບໍ່ງາມວາດບໍ່ຄ່ອງ        
      ອ້າຍຢ່າຟ້າວຍ່ອງຖິ້ມ               ເໝືອນຄົນຊ້ຳທີ່ສົ່ງມັນ       
            ນ້ອງຫວັງວ່າອ້າຍນັ້ນ         ຈະອ່ານຢ່າງເຕັມໃຈ        
      ອ່ານເນື້ອໃນຈົດໝາຍ              ຫຼັ່ງນ້ຳຕາລາອ້າຍ          
      ຂຽນຫາຊາຍດ້ວຍຄວາມເສົ້າ         ດວງອຸລາໝອງໝົ່ນ         
      ສອງດວງຕາເລີ່ມລົ້ນ               ລິນຍ້ອຍຢາດນ້ຳຕາ         
            ວັນເວລາຜ່ານພົ້ນ           ລັບລ່ວງເລີຍມາ      
      ດວງອຸລາເຄີຍມີສຸກ                ຊື່ນໃຈກັບອ້າຍ      
      ມີຄວາມໝາຍກັບໃຈນ້ອງ            ສຳຄັນຢ່າງຍອດຍິ່ງ         
      ດ້ວຍໃຈຈິງນ້ອງຮັກອ້າຍ            ຈິ່ງໝາຍໃຫ້ທຸກສິ່ງຫວັງ      
            ພາບອະດີດແຕ່ລະຄັ້ງ        ນ້ອງຍັງຈື່ຝັງໃຈ      
      ຄວາມສົດໃສຂອງຊີວິດ             ເມື່ອຢູ່ຮຽງຄຽງອ້າຍ         
      ມັນໄດ້ສາຍເປັນເລື້ອງ              ບົດລະຄອນທີ່ຫວານຊື່ນ      
      ເຕັມໄປດ້ວຍຄວາມຟົດຟື້ນ          ສະໜຸກແມ້ງເບີກບານ       
            ຊີວິດເໝືອນຢູ່ບ້ານ     ວິມານແຫ່ງເມືອງສະຫວັນ          
      ທຸກເຊົ້າສວາຍຄືນວັນ               ນ້ອງມີຄວາມສຸກລົ້ນ         
      ເໝືອນເມືອງຄົນທັງຄ້າຍ            ເຮົາສອງຄົນເປັນເຈົ້າຢູ່       
      ເໝືອນດັ່ງດາວຄູ່ຟ້າ                ປານັ້ນຄູ່ນະທີ       
            ໂອນໍໂລກໜ່ວຍນີ້           ມັນສ່າງສົດໃສ       
      ຄວາມສຸກໃນດວງໃຈ               ສ່າງຊື່ນຊຳຈິງແທ້          
      ຕັ້ງແຕ່ວັນທີ່ຕົວອ້າຍ               ວາຈາຄຳອອກມາວ່າ        
      ອ້າຍປາດຖະໜາຕໍ່ນ້ອງ             ໝາຍປອງເຂົ້າຄູ່ຂວັນ       
            ອ້າຍຮູ້ບໍ່ມື້ນັ້ນ              ນ້ອງຊ້ອຍຊື່ນພຽງໃດ        
      ນ້ອງສຸດແສນດີໃຈ                 ບໍ່ອາດພັນລະນາໄດ້         
      ໝາກຫົວໃຈມັນເຕັ້ນ               ລຳເພັນຢ່າງດູດດື່ມ         
      ນ້ອງຊຶງຊຶມເພາະຕື່ນເຕັ້ນ            ກັບຄຳອ້າຍບອກຮັກມາ      
            ອ້າຍວາຈາຕໍ່ນ້ອງ           ດ້ວຍຮັກໜຶ່ງບໍ່ມີສອງ        
      ຈະປະຄອງຄວາມຮັກ               ໃຫ້ຊື່ຊະບໍ່ມີເສົ້າ      
      ຮັກສອງເຮົາມີພຽງຍິ້ມ              ບໍ່ມີເຫງົາບໍ່ຂົມຂື່ນ          
      ທຸກວັນຄືນຈະຮັກນ້ອງ         ດ້ວຍໃຈໝັ້ນປາດຖະໜາ           
            ຄຳສັນຍາອ້າຍນັ້ນ           ນ້ອງເຊື່ອໝົດໃຈ           
      ນ້ອງເຊື່ອໃນວາຈາ                 ບອກຮັກມາຂອງອ້າຍ        
      ນ້ອງຈຶ່ງໝາຍຄຳໝັ້ນ               ສັນຍາໃຈໄວ້ວ່າ      
      ດວງອຸລາແຫ່ງນ້ອງ                ຈະມີອ້າຍຢູ່ທີ່ໃຈ           
            ນ້ອງຈະຮັກອ້າຍໄວ້          ເປັນທີ່ບູຊາ         
      ເປັນມາລາໃນຫົວໃຈ               ໃຫ້ງົດງາມຫອມຊຶ້ງ         
      ນ້ອງຈຶ່ງໝາຍໃຈສ້າງ           ນະຄອນຫວານຮັກຊ້ອຍຊື່ນ         
      ທຸກວັນຄືນຮັກແຕ່ອ້າຍ              ຊາຍໃດນັ້ນບໍ່ອາດແທນ      
            ຄວາມຮັກຄ່ອຍຮັດແໜ້ນ      ກາງແທ່ນດວງໃຈ          
      ໃນອຸລາມັນແສນ                  ຊື່ນໃຈຈິງແທ້       
      ແນ້ວແນ່ໃຈເມື່ອຍາມອ້າຍ           ໝາຍປະຄອງໃກ້ມໍ່          
      ໃຈຕື້ນຕັນຢູ່ບໍ່ແລ້ວ                 ຄວາມສູກນັ້ນອະເນກນອງ          
            ຫົວໃຈນ້ອງມັນຮຽກຮ້ອງ      ຕ່າງໆນາໆ         
      ເພື່ອສະແດງກິລິຍາ                ທີ່ຊື່ນຊົມໃຫ້ກັບອ້າຍ        
      ສະແດງໃຈທີ່ໝາຍສ້າງ             ສະຫວັນທອງທຽມພີ່        
      ຫົວອົກນ້ອງທັງສີ່ຫ້ອງ           ໝາຍປອງອ້າຍບໍ່ປ່ຽນໃຈ           
            ນ້ອງນີ້ຄິດໄຄ່ໄວ້         ກັບພາບແຫ່ງຄວາມສຸກສັນ          
      ໃຈຄິດເຖິງວັນວິວາ                ທີ່ອີ່ມເຕັມດ້ວຍຮອຍຍິ້ມ      
      ດ້ວຍສອງໃຈຍິນດີສ້າງ              ປາງທອງທຽມທ່ອງ         
      ສອງຄົນເຮົາອ້າຍແລະນ້ອງ           ປະຄອງຂ້າງຄູ່ໝອນ        
            ຫຼາຍວັນຄືນນອນຄິດໄວ້       ແສນຊ້ອຍຊື່ນສົດໃສ        
      ກັບຫົວໃຈທີ່ມີຮັກ                  ມອບໃຫ້ພຽງຕົວອ້າຍ        
      ນ້ອງມຸ່ງໝາຍສົມສ້າງ              ນອນຮຽງປາງກັບອ້າຍພີ່      
      ນ້ອງຢາກມີອ້ອມກອດອ້າຍ           ຍາມເຂົ້າສູ່ບ່ອນນອນ        
            ຍາມເມື່ອຕອນນ້ອງພົບອ້າຍ    ຫຼາຍໆເທື່ອກາຍມາ         
      ຢາກຜວາຫົວໃຈ                  ເຂົ້າກອດເອົາຕົວອ້າຍ       
      ແຕ່ເສຍດາຍບໍ່ທຳໄດ້               ມັນນັກໃຈໂອ້ອ່າວ          
      ປະເພນີຂອງລາວ ເພິ່ນບໍ່ອະນຸຍາດໃຫ້  ຍິງທຳໄດ້ບ່ອນເປີດແປນ     
            ບໍ່ແມ່ນນ້ອງຫຍາມຮີດແຄວ້ນ   ປະເພນີເກົ່າຄອງຫຼັງ        
      ນ້ອງກໍ່ຫວັງໃຫ້ຍິງລາວ             ຮັກຮີດຄອງດີງາມນັ້ນ        
      ຮັກເຜົ່າພັນພົງເຊື້ອ                ສາມັກຄີຕັ້ງຕໍ່        
      ຮັກແລ້ວຕ້ອງສູ່ຂໍ ເອົາພໍ່ແມ່ພີ່ນ້ອງ     ມາໝາຍໝັ້ນຕໍ່ກັນ          
            ນ້ອງເຊື່ອວ່າອ້າຍນັ້ນ         ກໍ່ຮູ້ຢູ່ເຕັມໃຈ        
      ຮູ້ຢູ່ໃນປະເພນີ                   ແຕ່ອ້າຍຍັງທຳໄດ້          
      ອ້າຍທຳລາຍຫົວໃຈນ້ອງ           ກັບຄວາມງາມສູນສິ້ນຄ່າ     
      ອ້າຍທຳຕາມອາລົມ ໂດຍບໍ່ຄິດວ່ານ້ອງ  ຈະໝອງເສົ້າເຊັ່ນໃດ        
            ນ້ອງກ່າວວອນໄຫວ້ອ້າຍ      ຫຼາຍເທື່ອຊາຍຍັງຂືນ        
      ນ້ອງສຸດຝືນລະອາຍໃຈ             ຕໍ່ສິ່ງຊາຍເຄີຍທຳໄວ້        
      ເຖິງບໍ່ພໍໃຈໃຫ້                ຢ້ານຕົວຊາຍເສຍໃຈກວ່າ           
      ປະຕິເສດຈຶ່ງບໍ່ກ້າ                 ວາຈາເວົ້າອອກໄປ          
            ເພາະໃຈນ້ອງເຊື່ອອ້າຍ       ເປັນທີໜຶ່ງໃນຫົວໃຈ        
      ຊຶ້ງຢູ່ໃນຄວາມຮັກ                 ທີ່ອ້າຍເຄີຍມີໃຫ້     
      ສະເໜຫາຍາມໃກ້                 ຫຼົງໄຫຼໃຈບໍ່ຮູ້ເບື່ອ          
      ຄວາມຈິງໃຈເພື່ອໃຫ້ອ້າຍ            ເຫັນໃຈນ້ອງຮັກສໍ່າໃດ       
            ອ້າຍຈື່ບໍໃນຄືນນັ້ນ           ອ້າຍເວົ້າກ່າວຄຳໃດ         
      ອ້າຍກ່າວສາບານໃຈ               ຈະເບິ່ງແຍງປົກປ້ອງ        
      ຄືນນັ້ນຊາຍຈັບມືນ້ອງ              ປະຄອງມາຈູບຄ່ອຍໆ       
      ຮູ້ສຶກວ່າຄວາມອ່ອນຊ້ອຍ            ຕິດຕຶງຊຶ້ງຊໍ່າໃຈ      
            ຕໍ່ນັ້ນຕົວອ້າຍໄດ້            ຄ່ອຍໆຍັບມາ       
      ກອດເອົາຮຽມເຂົ້າໄປຫາ            ແນບຊວງຊິດໃກ້           
      ແລ້ວຄ່ອຍຊົມໃບໜ້າ             ປະສານຕາຢ່າງຫວານຊໍ່າ           
      ອ້າຍກ່າວຄຳທີ່ອ່ອນຊ້ອຍ            ຫວານຊຶ້ງເຂົ້າສູ່ໃຈ         
            ອ້າຍຄ່ອຍກອດນ້ອງໄວ້       ມາແນບໃສ່ທຽມອົກ         
      ນ້ຳຕາຮຽມຈົນຊຶມຕົກ               ເພາະດີໃຈລົ້ນ       
      ອ້າຍເປັນຄົນທຳໃຫ້                ຫົວໃຈຮຽມຮູ້ວ່າ     
      ເວລາໃກ້ຄົນຮັກນັ້ນ                ມັນຫວານຊ້ອຍເຊັ່ນໃດ      
            ຄວາມສຸກໃຈສ່າງລົ້ນ         ສຸດທີ່ພັນລະນາ      
      ຈະຫາຄວາມຫວານໃດ             ບໍ່ເທົ່າທັນທຽມໄດ້          
      ບໍ່ມີສຽງໃດຊຶ້ງ                    ສໍ່າວາຈາຄົນຮັກໄຄ່         
      ຄວາມຮັກອ້າຍມອບໃຫ້ນ້ອງ          ສ່າງຫວານຊຶ້ງຊື່ນມະໂນ     
            ຍິ່ງຄິດຍິ່ງອ່າວໂອ້         ອະດີດແຫ່ງຄວາມຫວານ           
      ກັບວັນວານ ວາເລັນທາຍ           ອ້າຍໄດ້ມາຫານ້ອງ         
      ມີຂອງຂວັນມາໃຫ້                 ຊໍ່ມາໄລດອກຫອມຫ່ວນ      
      ອ້າຍຊວນນ້ອງໄປທ່ຽວຫຼິ້ນ           ສະໜຸກແມ້ງເບີກບານ       
            ຄືນນັ້ນອ້າຍກ່າວຕ້ານ         ທຸກຢ່າງນ້ອງພໍໃຈ          
      ມີແສງໄຟຂອງທຽນ                ຮຸ່ງລະໄມເທິງໂຕະນັ້ນ       
      ຢູ່ຂ້າງມັນຍັງມີອ້າຍ                ນັ່ງຮຽງກາຍຍິງຄົນໜຶ່ງ       
      ຍິງຊຶ່ງໃຈຮັກອ້າຍ                 ໜັກແໜ້ນໜຶ່ງດຽວ         
      ວາເລັນທາຍຄືນນີ້ ນ້ອງສຸດທີ່ປ່ຽວແລ້ງ  ແສງສົ່ງກໍ່ອັບເສົາ           
      ທຽນສົ່ງແສງໃຫ້ຕົວເຮົາ             ນັ່ງຂຽນຈົດໝາຍນ້ອຍ       
      ເປັນຄວາມຈິງຊີວາຂ້ອຍ             ບໍ່ເໝືອນວັນອະດີດຜ່ານ      
ວັນແຫ່ງຄວາມສຸກສຳລານ ກາຍເປັນມານເຂັ່ນຂ້າ ຫົວໃຈນ້ອງໃຫ້ປ່ວຍໂຊ      
            ຍິ່ງຄິດຍິ່ງອ່າວໂອ້           ເຖິງວັນແຫ່ງຄວາມຫຼັງ       
      ວັນທີ່ຍັງມີຮັກ                     ຫ່ວງຄະນິງເຖິງອ້າຍ        
      ຮັກທີ່ຊາຍເຄີຍມີໃຫ້                ອາໄລວອນເປັນຄັ້ງເກົ່າ      
      ເຫຼືອໄວ້ເປັນຄວາມໂສກເສົ້າ         ລະກຳຊ້ຳຄັ່ງຊວງ          
            ຢູ່ໃສອ້າຍຮັກນ້ອງ           ຫວງຫ່ວງສຸດຊີວັນ          
      ຄຳລຳພັນຫວານໆ                 ອ້າຍກ່າວຊົມຕົວນ້ອງ        
      ວ່າໝາຍປອງສົມສ້າງ              ພຽງຍິງດຽວບໍ່ປີ້ນປ່ຽນ       
      ຈະພາກພຽນຕໍ່ນ້ອງ                ບໍ່ມີມື້ຫ່າງຫາຍ      
            ນ້ອງໃນນາມເພື່ອນເກົ່າອ້າຍ ເຄີຍໝາຍຮ່ວມອຸດົມການ           
ນ້ອງນີ້ ສຸດສົງສານຫົວໃຈ                 ທີ່ຄໍ່າຄວນຄາງຮ້ອງ         
      ແຕ່ສິ່ງຫວັງຄອງຖ້າ                ຄືມາຍາຫຼອກອຸ່ນ           
      ຄາບອາສູນຈາກອ້າຍ               ມັນໝາຍຂ້າໃຫ້ແຈບຈົມ      
            ຍິ່ງກ່າວຈົ່ມໃຫ້ອ້າຍ          ຍິ່ງເບື່ອໜ່າຍຄວາມຫຼັງ      
      ຄາລົມຫວານຝັງຫົວໃຈ             ບໍ່ອາດລືມລົງໄດ້     
      ຄວາມເອົາໃຈເຄີຍມີໃຫ້             ຝັງຫົວໃຈຢ່າງຊຶ້ງຊ່າ        
      ດວງມາລາເຄີຍໃຫ້ນ້ອງ             ຍັງຫອມຊຶ້ງຢູ່ທີ່ໃຈ          
            ອ້າຍເຄີຍມອບດອກໄມ້        ແມ້ງເມື່ອວາເລັນທາຍ       
      ມັນຊ່າງມີຄວາມໝາຍ              ສິ່ງໃດບໍ່ທຽມໄດ້      
ແຕ່ແລ້ວ      ອ້າຍມອບມັນມາໃຫ້      ຂອງຂວັນໃຈເພື່ອຫຼອກອຸ່ນ          
      ອ້າຍຈຶ່ງເຫັນຄຸນຄ່ານ້ອງ         ພຽງຍິງໃຫ້ເພື່ອຜ່ອນເຫງົາ          
ລືມແລ້ວບໍ     ຄືນທີ່ອ້າຍກ່າວເວົ້າ          ປາກກ່າວເປັນສັນຍາ        
      ດວງດາລາຍັງຄຽງເດືອນ            ແຜ່ນດິນຄູ່ຄຽງຟ້າ          
      ມັດສາປາບໍ່ໜີນ້ຳ                  ສາວນາງຄຽງອ້າຍພີ່        
      ສັດຈະທັດເຫຼົ່ານີ້                  ບໍ່ມີມື້ຊິປ່ຽນໄປ       
            ນີ້ຫຼືອ້າຍກ່າວໄວ້            ປາກລັ່ນສັນຍາໝາຍ        
      ລຸກຜູ້ຊາຍມີຄວາມຮັກ              ມັກດຽວໃນໃຈອ້າຍ         
      ແຕ່ຕົວຊາຍເຫັນນ້ອງ               ໝາຍປອງພຽງຄວາມໄຄ່     
      ເປັນທາງຜ່ານໃຫ້ອ້າຍ              ຊົມຫຼິ້ນເມື່ອເຫງົາ           
            ນ້ອງຄິດຮອຄຳວ່າເວົ້າ        ທີ່ອ້າຍກ່າວມັນຍັງປັກ       
      ຍອດດວງໃຈ ສຸດທີ່ຮັກ             ພັກດີພຽງນ້ອງ       
      ອ້າຍປະເປັນຄຳໝອງເສົ້າ           ໃນຫົວໃຈນ້ອງນີ້ບໍ່          
      ອ້າຍກໍ່ຮັກໃຫ້ນ້ອງ                 ແລ້ວພັງຖິ້ມບໍ່ອິ່ນດູ         
            ຄົນຫວ່ານພືດຫວັງເພື່ອກູ້      ຜົນລະປູກມາມື      
      ສິ່ງນີ້ຄືສັດຈະທັດ                  ແຫ່ງຄົນຄົງໄດ້      
      ແຕ່ວ່າໃຈຂອງອ້າຍ                ໝາຍປອງອັນໃດນໍ່         
      ຫວ່ານຮັກແລ້ວກໍ່ຖິ້ມ               ບໍ່ເກັບກູ້ດັ່ງພວກເຂົາ        
            ນີ້ຫຼືຄຳອ້າຍເວົ້າ             ບອກຮັກເປັນສັນຍາ         
      ໃຫ້ນ້ອງລໍເວລາ                   ອ້າຍມາສູ່ຂໍນ້ອງ     
      ມາກອດແອວປະຄອງເຂົ້າ            ຕຽງນອນຂ້ອນເສື່ອ         
      ຫຼັງຈາກພົງເຜົ່າເຊື້ອ                ຜູກແຂນໃຫ້ແຕ່ງດອງ       
            ບໍ່ແມ່ນນ້ອງຮຽກຮ້ອງ         ເພື່ອທວງຄ່ານຳຊາຍໃດ      
      ນ້ອງເວົ້າຕາມພາສາໃຈ             ເມື່ອຄະນິງເຖິງອ້າຍ         
      ຂຽນລະບາຍຄວາມເສົ້າ             ເຫງົາໃຈຄິດຮອດພີ່         
      ອາໃສທຽນເຫຼັ້ມນີ້                  ພໍໄດ້ຮຸ່ງເຫັນ        
            ຂຽນພໍເປັນສິ່ງລຶ້ມ           ຮັກຈາກພີ່ຢ້ານລືມໄລ       
      ຢ້ານຫົວໃຈມັນຫຼົງ                 ເຫດການທີ່ຫວານຊຶ້ງ        
      ຄວາມຕຶງໃຈອາໄລເສົ້າ             ເຫງົາທຳໃຈໃນວັນຜ່ານ      
      ອະທິຖານເພາະຢ້ານອ້າຍ            ຊິລືມນ້ອງຊົ່ວຊີວາ          
            ຢ້ານອ້າຍລືມໜ້ານ້ອງ        ເມື່ອຍິງໃໝ່ມາແທນ         
      ຍາມມີແຟນຄົນງາມ                ຢ້ານເລົ່າໄລລືມນ້ອງ        
      ລືມຍິງໝອງອຸລາເສົ້າ               ຍາມເຫງົາໃຈເວວັ່ງ         
      ນອນນ້ຳຕາຫຼັ່ງເບົ້າ                ສະຫຼອງເສົ້າໂຊກຊະຕາ      
ດຽວນີ້        ນ້ຳຕານ້ອງລິນອາບໜ້າ       ປຽກຊຸ່ມລົງຕົວ       
      ຫົດຫົວໃຈທີ່ຫຼົງຮັກ                ລູກຜູ້ຊາຍມານຍາຮ້ອຍ      
      ອ້າຍຮູ້ບໍນ້ຳຕາຂ້ອຍ                ມັນໄຫຼລົງລ້າງຄວາມໂງ່      
      ລ້າງຕົນໂຕທີ່ແປດເປື້ອນ            ຈາກມືອ້າຍລູບຄຳ          
            ຫຼັ່ງລົງປົວແຜບອບຊ້ຳ        ທີ່ເກີດຢູ່ກາງໃຈ      
      ນ້ອງປ່ອຍມັນລິນໄຫຼ               ເພື່ອລ້າງສອງພວງແກ້ມ      
      ລ້າງສອງແຄມຄາງຂ້ອຍ            ຮອຍມືຊາຍເຄີຍລູບຜ່ານ     
      ລ້າງຄາບຫວານຈາກປາກອ້າຍ        ເຄີຍຫອມຫຼິ້ນເມື່ອກ່ອນຫຼັງ          
            ລ້າງອະດີດທຸກຄັ້ງ           ທີ່ເຄີຍຮ່ວມຜາສຸກ          
      ໄຫຼເພື່ອປົດຄວາມທຸກ              ຫ່ວງໄຍອາໄລອ້າຍ         
      ຢາດເພື່ອຫາຍຄວາມເສົ້າ     ຄາຍຄວາມເຫງົາຍາມໂດດດ່ຽວ      
      ຢາດແກ່ອ້າຍຊາຍກ່ຽວຂ້ອງ          ໃຫ້ເປັນນ້ຳເພື່ອແຜ່ບຸນ       
            ຍ້ອນຫົວໃຈຖືກອ້ານປຸ້ນ       ຈຶ່ງໝາຍຫຼັ່ງນ້ຳຕາຫາ       
      ນ້ຳຕາສຸດລາຄາແພງ           ຫຼັ່ງລ້າງຄວາມຜິດຫວັງຖິ້ມ          
ຫົວໃຈນ້ອງ    ຖືກອ້າຍຊີມຄວາມຫວານຊຶ້ງ    ມັນເລີຍໂຫຍແຫ້ງຫ່ຽວ       
      ຫົວໃຈນ້ອງມັນປ່ຽວເສົ້າ             ເມື່ອໃຈອ້າຍປ່ຽນໄປ         
ນັບແຕ່       ນ້ອງໄດ້ຮັບຂ່າວອ້າຍ         ມີແຟນໃໝ່ໃຈສັບສົນ        
      ມັນມືດມົນເໝືອນເມືອງຄົນ           ສິ້ນແສງຕາເວັນແລ້ວ        
      ນ້ຳຕາແນວຄວາມເສົ້າ              ຢາບັນເທົາຄວາມຄັ່ງ        
ມັນຢາດຫຼັ່ງ    ເປັນຖ້ອຍຄຳສອນສັ່ງນ້ອງ     ທີ່ເຫັນໃກ້ງ່າຍໃຈ           
            ທຽນເຫຼັ້ມນີ້ຄ່ອຍໄໝ້         ຈວນມໍ່ຈະໝົດແສງ         
      ມັນບໍ່ມີລາຄາແພງ                 ແຕ່ຈູດຕົວເຜົາໃໝ້          
      ຫວັງເພື່ອຄົນຊິດໃກ້           ໄດ້ແນມເຫັນແສງສະຫວ່າງ         
      ເຫັນເສັ້ນທາງທີ່ຖືກຕ້ອງ        ຢ່າໝອງເສົ້າເພາະສິ່ງລວງ          
            ດ້ວຍຄວາມຮັກຫ່ວງອ້າຍ      ສະເໝີແກ່ນດວງຕາ         
      ນ້ອງຂໍອະທິຖານ                  ໃຫ້ຊຍສຸກໃຈລົ້ນ           
      ນ້ອງຍິນດີເປັນຄົນໃຫ້             ເຜົາຫົວໃຈເພື່ອອ້າຍຜ່ານ           
      ເປັນສາຍທານເມື່ອອ້າຍຮ້ອນ         ລົງຫຼິ້ນອາບສວ່າງເຢັນ       
            ເມື່ອເຫັນນ້ອງອ້າຍຢ່າເວັ້ນ     ທັກທາຍແດ່ຈອມໃຈ        
      ຫາກວັນໃດຊາຍຜິດຫວັງ            ຈາກຜູ້ຍິງຄົນນັ້ນ           
      ນ້ອງຂໍຂັນອາສາໃຫ້                ກຳລັງໃຈອອຍພີ່           
      ຊີວິດນ້ອງຊາດນີ້                  ກຸສົນສ້າງເພື່ອຊາຍ         
ສຸດທ້າຍ     ນ້ອງຕ້ອງຂໍໂທດອ້າຍ         ຈົດໝາຍສົ່ງມົວໝອງ        
      ເພາະນ້ຳຕານ້ອງໄຫຼນອງ         ຢາດຖືກຊອງມັນເລີຍເປື້ອນ         
      ຫາກຜິດໃຈໂປຼດເຕືອນນ້ອງ          ປັນຍາເບົາຮຽນຮູ້ຕໍ່າ         
      ຖ້າຖ້ອຍຄຳບໍ່ອ່ອນຊ້ອຍ             ອະໄພຂ້ອຍຜູ້ໂງ່ເຂົາ        
            ຂໍອ່ວຍພອນໃຫ້ເຈົ້າ          ອ້າຍພີ່ມີຄວາມສຸກ          
      ສິ່ງຜູກພັນຄາວຫຼັງ                 ແຫ່ງພວກເຮົາໃຫ້ຈຳໄວ້      
      ຖ້າຍັງມີນ້ຳໃຈໃຫ້                 ກຳລັງໃຈສົ່ງນ້ອງແດ່       
      ນ້ອງຂໍແຜ່ຮັກເລັກໜ້ອຍ             ປົວແຜຊ້ຳທີ່ອ້າຍທຳ ແດ່ຖ້ອນ.